ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ຕິດຕາມສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ ແຂວງຄໍາມ່ວນ

ວັນທີ 12 ສິງຫາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວເພື່ອຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ. ເພື່ອຕິດຕາມ, ກວດກາຈຸດບໍລິການລະບົບມາດຕະຖານຂອງລະບົບຊິງຊັ່ງນໍ້າໜັກລົດບັນທຸກສິນຄ້າ ແລະ ການແຈ້ງພາສີທີ່ໃຊ້ລະບົົບອີເລັກໂຕຣນິກເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ສະຖານທີ່ເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານລວມທັງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຕ່າງໆທີ່ນໍາໃຊ້ໃນການສົ່ງອອກ-ນໍາເຂົ້າສິນຄ້າ ແລະ ການບໍລິການຜ່ານດ່ານສາກົນຕະຫລອດການປະຕິບັດໜ້າທີ່ໃນຄວາມຮັບຜິດຊອບທາງດ້ານວຽກງານວິຊາການ ແລະ ວິຊາສະເພາະຂອງພະນັກງານໃນການບໍລິການສິນຄ້າຜ່ານແດນພ້ອມນີ້ຍັງໄດ້ແນະນໍາໃຫ້ເພີ່ມຄວາມກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ຫລຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ເປັນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ ແລະ ການບໍລິການຜູ້ຄົນຜ່ານດ່ານຊາຍແດນໃຫ້ຖືກຕ້ອງຕາມລະບຽບກົດໝາຍເພື່ອສຸມໃສ່ໃນການຄຸ້ມຄອງການຈັດເກັບລາຍຮັບ, ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ, ເພິ້ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼເຮັດໃຫ້ການເກັບພັນທະມີຄວາມຖືກຕ້ອງ,ຄົບຖ້ວນ, ທັນຕາມກໍານົດເວລາ ແລະ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາຍໃນດ່ານເອົາໃຈໃສ່ເພີ່ມທະວີປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະລະບຽບການຄຸ້ມຄອງດ່ານ ແລະ ຄົນເຂົ້າ-ອອກເມືອງ; ຫັນການບໍລິການຕ່າງໆ ດ້ວຍລະບົບທີ່ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບໍລິການຄົນເຂົ້າ-ອອກເມືອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ວ່ອງໄວ, ສະຫງົບ ແລະ ປອດໄພ; ກວດກາຄືນ ບັນດານິຕິກຳທີ່ຮັບໃຊ້ໜ້າທີ່ວຽກງານ ຖ້າຫາກຍັງມີຈຸດໃດທີ່ເຫັນວ່າຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນຄົບຖ້ວນແມ່ນໃຫ້ນຳສະເໜີພາກສ່ວນກ່ຽວຂ້ອງພິຈາລະນາປັບປຸງແກ້ໄຂຕາມຂັ້ນຕອນ ແລະ ລະບຽບການ.

