ປາກິດສະຖານປະກາດຍຸບສະພາ ປູທາງສູ່ການເລືອກຕັ້ງໃໝ່

ສຳນັກຂ່າວນິກເກອິເອເຊຍລາຍງານວ່າ: ທ່ານ ເຊບາ ຊາຣີບ ນາຍົກລັດຖະມົນຕີປາກິດສະຖານ ປະກາດຍຸບສະພາ ໃນຄືນວັນທີ 9 ສິງຫາຜ່ານມາ ເພື່ອປູທາງໃຫ້ລັດຖະບານຮັກສາການເປັນຜູ້ນຳປະເທດໄປສູ່ການເລືອກຕັ້ງ.

ລາຍງານລະບຸວ່າ: ທ່ານ ຊາຣີບ ໄດ້ແນະນຳໃຫ້ປະທານາທິບໍດີ ອາຣີບ ອັລວີ ຂອງປາກິດສະຖານ ອະນຸມັດການຍຸບສະພາ ເຊິ່ງມີຂຶ້ນກ່ອນທ່ຽງຄືນບໍ່ເທົ່າໃດນາທີຕາມເວລາທ້ອງຖິ່ນ ແລະ ຖືເປັນຄັ້ງທີ 3 ໃນປະຫວັດສາດຕະຫລອດໄລຍະ 76 ປີຂອງປາກິດສະຖານທີ່ສະພາຜູ້ແທນລາຊະດອນດຳລົງຕຳແໜ່ງຈົນຄົບວາລະ 5 ປີ ເຖິງວ່າຈະເກີດການຖອດຖອນທ່ານ ອິມຣານ ຂ່ານ ຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ຄວາມວຸ້ນວາຍທາງການເມືອງອີກກວ່າໜຶ່ງປີຕໍ່ຈາກນັ້ນ.

ເຖິງຢ່າງໃດກໍຕາມ, ຍັງບໍ່ແນ່ນອນວ່າໃຜຈະເຂົ້າມາດຳລົງຕຳແໜ່ງນາຍົກລັດຖະມົນຕີຮັກສາການແທນທ່ານ ຊາຣີບ ໂດຍລັດຖະທຳມະນູນຂອງປາກິດສະຖານກຳນົດໃຫ້ລັດຖະບານຮັກສາການ ຕ້ອງຈັດການເລືອກຕັ້ງພາຍໃນ 90 ວັນຫລັງການຍຸບສະພາ, ແຕ່ລັດຖະບານຊຸດປັດຈຸບັນກຳລັງກຽມເລື່ອນກຳນົດການເລືອກຕັ້ງອອກໄປເກີນກວ່າກຳນົດເກົ່າໃນເດືອນພະຈິກ, ສ່ວນທ່ານ ຂ່ານ ຄູ່ແຂ່ງສຳຄັນຂອງພັກລັດຖະບານ ຖືກຕັດສິນຕິດຄຸກ 3 ປີຈາກຄະດີສໍ້ລາດບັງຫລວງ.

ນອກຈາກນີ້, ໃນຕອນເຊົ້າຂອງມື້ດຽວກັນ ມີການຈັດປະຊຸມສະພາຄັ້ງສຸດທ້າຍ ໂດຍຝ່າຍລັດຖະບານວິພາກວິຈານທ່ານ ຂ່ານ ແລະ ຍົກຍ້ອງຜົນງານຂອງລັດຖະບານຕົນໃນໄລຍະ 16 ເດືອນຜ່ານມາ.

ແຕ່ຜູ້ຊ່ຽວຊານຕ່າງສະແດງຄວາມເຫັນທີ່ຫລາກຫລາຍຕໍ່ການບໍລິຫານຂອງລັດຖະບານປະສົມທີ່ນຳໂດຍທ່ານ ຊາຣີບ ນັບແຕ່ສະພາລົງມະຕິບໍ່ໄວ້ວາງໃຈຖອດຖອນທ່ານ ຂ່ານ ພົ້ນຕຳແໜ່ງນາຍົກລັດຖະມົນຕີໃນເດືອນເມສາ 2022.