ເປແອສເຊ ບັນລຸຄວ້າຕົວ ກອນຊາໂລ ຣາມອສ ເສີມແນວບຸກ

ປາຣີ ແຊງ-ແຊກແມັງ ທີມດັງແຫ່ງລີກເອີງ ໄດ້ບັນລຸຂໍ້ຕົກລົງເພື່ອເຊັນສັນຍາ ກອນຊາໂລ ຣາມອສ ຈາກ ເບນຟິກ້າ, ອີງຕາມການລາຍງານຂອງ Fabrizio Romano.

ກອງໜ້າໄວ 22 ປີ ສ້າງຜົນງານໄດ້ໂດດເດັ່ນໃນການແຂ່ງຂັນເຕະບານໂລກ 2022 ກາຍເປັນໜຶ່ງໃນກອງໜ້າທີ່ເນື້ອຫອມທີ່ສຸດໃນບານເຕະເອີຣົບ. ແລະ​ ມີ​ຂ່າວ​ກ່ຽວ​ກັບ​ທີມ​ໃຫຍ່​ຂອງ​ລີກ​ທີ່​ມີ​ຊື່​ສຽງ​ຫລາຍ​.

ຢ່າງໃດກໍ່ຕາມ, ສື່ຂ່າວບານເຕະທີ່ມີຊື່ສຽງໄດ້ຢືນຢັນວ່າ ຣາມອສ ໄດ້ບັນລຸຂໍ້ຕົກລົງທີ່ຈະເຂົ້າຮ່ວມ ເປແອສເຊ ດ້ວຍຄ່າຕົວລວມ add-ons ທັງຫມົດ 80 ລ້ານເອີໂຣ.

ເຊິ່ງການກວດຮ່າງກາຍຂອງ ຣາມອສ ຈະຈັດຂຶ້ນໃນອາທິດຫນ້າ ແລະ ເຊັນສັນຍາຍ້າຍທີມຢ່າງເປັນທາງການຕໍ່ໄປ.