ເຈົ້າແຂວງສະຫວັນນະເຂດ ຕິດຕາມສະພາບໄພນ້ຳຖ້ວມ ຢູ່ເມືອງອາດສະພອນທີ່ໄດ້ຮັບຜົນກະທົບ 28 ບ້ານ

ວັນທີ 2 ສິງຫາ 2023, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ການນຳຂັ້ນເມືອງ ອາດສະພອນ ໄດ້ລົງເຄື່ອນໄຫວຕິດຕາມສະພາບໄພນ້ຳຖ້ວມຢູ່ເຂດເມືອງອາດສະພອນ, ເຊິ່ງໄດ້ຮັບຜົນກະທົບຈາກລົມມໍລະສຸມພັດຜ່ານ ເຮັດໃຫ້ຝົນຕົກໜັກຫລາຍວັນຕິດຕໍ່ກັນ ເລີ່ມນັບແຕ່ຄືນວັນທີ 31 ກໍລະກົດ 2023 ເປັນຕົ້ນມາ ເຮັດໃຫ້ສາຍນ້ຳເຊນ້ອຍ, ເຊຈຳພອນ ແລະ ສາຍຫ້ວຍຕ່າງໆ ມີລະດັບນ້ຳເພີ່ມຂື້ນສູງ ແລະ ໄຫລຖ້ວມເນື້ອທີ່ທຳການຜະລິດ ຂອງພໍ່ແມ່ປະຊາຊົນເປັນວົງກ້ວາງ ແລະ ເສັ້ນທາງຄົມມະນາຄົມຫລາຍເສັ້ນ ແລະ ຂົວ ເປ່ເພ, ເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງຫລັກ ແລະ ເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາເມືອງກໍພົບຄວາມຫຍຸ້ງຍາກລຳບາກຫລາຍ.

ໂອກາດນີ້, ທ່ານເຈົ້າແຂວງໆສະຫວັນນະເຂດ ໄດ້ມອບເງິນສົດຈຳນວນ 100 ລ້ານກີບ ພ້ອມນ້ຳດື່ມ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງໃຫ້ເມືອງອາດສະພອນ ເພື່ອໝູນໃຊ້ເຂົ້າໃນວຽກງານຕ້ານໄພ ພິບັດ, ວຽກຕ້ານແລ້ງຕ້ານຖ້ວມຂອງເມືອງ ແລະ ເນັ້ນໃຫ້ຄະນະພັກ-ຄະນະນຳຂອງເມືອງຕະ ຫລອດ ເຖິງຂະແໜງການຕ່າງໆອ້ອມຂ້າງເມືອງເອົາໃຈໃສ່ ມີສະຕິລະວັງຕົວກຽມພ້ອມຮັບມືຕໍ່ໄພນ້ຳຖວມທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນນີ້.

ທົ່ວເມືອງອາດສະພອນ ມີເນື້ອທີ່ທຳການຜະລິດຂອງປະຊາຊົນ 1.350 ກວ່າເຮັກຕາ, ໜອງສະ ແລະ ໜອງຝາຍລ້ຽງປາ 95 ໜອງ ເນື້ອທີ່ 5,15 ເຮັກຕາ, ມີຈຳນວນ 5.110 ຄອບຄົວ, ຢູ່ 28 ບ້ານໄດ້ຮັບຜົນກະທົບຈາກນ້ຳຖ້ວມ, ສ່ວນມູນຄ່າການເສຍຫາຍແມ່ນຍັງປະເມີນບໍ່ທັນໄດ້, ຊຶ່ງຄະນະພັກ-ຄະນະນຳຂອງເມືອງໄດ້ເອົາໃຈໃສ່ຕິດຕາມສະພາບນ້ຳຖ້ວມຢ່າງໃກ້ສິດ ແລະມອບໃຫ້ຄະນກຳມະການ ຕ້ານແລ້ງ ຕ້ານຖ້ວມ ຂັ້ນເມືອງ ກະກຽມຄວາມພ້ອມຮັບມືກັບສະພາບໄພພິບັດ ແລະ ໄດ້ຊີ້ໃຫ້ກຳລັງ ປກຊ, ປກສ ເມືອງ ແລະ ບັນດາຂະແໜງການອ້ອມຂ້າງເມືອງ ເພື່ອຕິດຕາມແລະ ໃຫ້ການຊ່ວຍເຫຼືອ ປະຊາຊົນໃນເຂດບ້ານທີ່ຖືກນຳ້ຖ້ວມໃນທຸກດ້ານຢ່າງທັນການ.

ຂ່າວ: ຫ້ອງການ ຖວທ ເມືອງອາດສະພອນ