ລັດຖະບານ ກຽມສືບຕໍ່ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການ ຢູ່ເຂດຊົນນະບົດ

ວັນທີ 2 ສິງຫາ 2023 , ກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເພື່ອຮັບຮອງການຄົ້ນຄວ້າ-ອອກແບບ ກະກຽມໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ ໄລຍະ 2 (ລພຊ) ໂດຍການເປັນປະທານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.
ປັດຈຸບັນ ລະດັບການຂາດສານອາຫານທີ່ຈໍາເປັນ ຂອງປະຊາຊົນບັນດາເຜົ່າ ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ກໍຄືການຂາດໂພຊະນາການ ເຮັດໃຫ້ການຈະເລີນເຕີບໂຕຊ້າ ຍັງກວມອັດຕາສ່ວນສູງ, ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຢູ່ທ້ອງຖິ່ນຍັງຂາດໂພຊະນາການ, ມີນໍ້າໜັກຕໍ່າກວ່າເກນມາດຕະຖານ, ສຸຂະພາບບໍ່ແຂງແຮງ ແລະ ຈໍານວນໜຶ່ງກໍສູນເສຍຊີວິດ, ການຂາດໂພຊະນາການ ມີຜົນກະທົບຕໍ່ຫລາຍກຸ່ມຄົນ, ຜູ້ທຸກຍາກ, ເດັກນ້ອຍຊົນນະບົດຫ່າງໄກສອກຫລີກ ແລະ ຜູ້ອາໄສໃນເຂດພູດອຍພື້ນທີ່ຮາບພຽງຂອງປະເທດ, ບັນດາເດັກນ້ອຍທີ່ມີຖານະທຸກຍາກທີ່ສຸດ ຢູ່ເຂດຊົນນະບົດຫ່າງໄກສອກຫລີກຈະຂາດໂພຊະນາການ ທີ່ເຮັດໃຫ້ຈະເລີນເຕີບໂຕຊ້າ ແລະ ມີນໍ້າໜັກຕໍ່ານັ້ນ ແມ່ນມີອັດຕາສູງກວ່າ ກຸ່ມເດັກນ້ອຍໃນກຸ່ມຮັ່ງມີ ເຖິງ3 ເທົ່າ.
ດ້ວຍເຫດນັ້ນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຄົ້ນຄວ້າ ສະເໜີຕໍ່ລັດຖະບານ ເພື່ອຂໍກູ້ຢືມເງິນ ນໍາທະນາຄານໂລກ ຈຳນວນ 27 ລ້ານໂດລາ ເພື່ອມາຈັດຕັ້ງປະຕິບັດໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ(ລພຊ) ຊຶ່ງການຈັດຕັ້ງປະຕິບັດໂຄງການ ໄລຍະທີ I ໄດ້ຮັບອະນຸມັດ ແລະ ດຳເນີນການ ແຕ່ ປີ 2019 ຮອດຕົ້ນປີ 2024 ຢູ່ 4 ແຂວງ, 12 ເມືອງ, 879 ບ້ານ, ຜ່ານການຈັດຕັ້ງປະຕິບັດໂຄງການ ໄລຍະທີ I ຜ່ານມາ ແລະ ອີງໃສ່ຄວາມຕ້ອງ ການອັນຈໍາເປັນ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃນເຂດຊົນນະບົດ ໂດຍສະເພາະແມ່ນອັດຕາການຂາດໂພຊະນາການ ຂອງປະຊາຊົນທີ່ຍັງທຸກຍາກ, ລັດຖະບານ ແລະ ທະນາຄານໂລກ ໄດ້ເຫັນດີເປັນເອກະພາບໃນເບື້ອງຕົ້ນ ຈະອະນຸມັດງົບປະມານ 37 ລ້ານໂດລາສະຫະລັດ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນກົມພັດທະນາຊົນນະບົດ ເປັນເຈົ້າການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກະກຽມສືບຕໍ່ຈັດຕັ້ງປະຕິບັດ ໄລຍະທີ II ໃນພື້ນທີ່ເປົ້າໝາຍຈັດຕັ້ງປະຕິບັດໂຄງການຢູ່ 7 ແຂວງ, 25 ເມືອງ, 1.665 ບ້ານ.

