ຮຽບຮຽງຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຍາວນານ

ວັນທີ 2 ສິງຫາ 2023 ຜ່ານມາ, ກຳມາທິການກົດໝາຍ ສົມທົບກັບກຳມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ທະນາຄານ ແຫ່ງ ສປປ ລາວ ຈັດກອງປະຊຸມຮຽບຮຽງເນື້ອໃນຂອງຮ່າງກົດໝາຍ ເພື່ອຄົ້ນຄວ້າ, ເລືອກເຟັ້ນເອົາບັນດາຄຳຄິດເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ມີເຫດຜົນ ເພື່ອມາປັບປຸງໃສ່ຮ່າງກົດໝາຍ, ໂດຍເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ.
ການປະຊຸມໃນຄັ້ງນີ້, ເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ, ທ່ານ ຄຳຄ່ອງ ສີຫາປັນຍາ ຫົວໜ້າກົມກົດໝາຍ ສະພາແຫ່ງຊາດ ໄດ້ສະເໜີບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດທີ່ໄດ້ມີຄຳເຫັນຕໍ່ກົດໝາຍສະບັບດັ່ງກ່າວໃນບາງມາດຕາ. ຈາກນັ້ນ, ບັນດາຜູ້ເຂົ້າກອງປະຊຸມໄດ້ສຸມສະຕິປັນຍາຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກົດໝານສະບັບດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.

