ເຊື້ອມາລາເລຍດື້ຢາລະບາດ ເຂົ້າສູ່ຫວຽດນາມແລ້ວ

ນັກວິທະຍາສາດເຕືອນເຊື້ອມາລາເລຍດື້ຢາ ຫຼື ເອີ້ນວ່າ: ຊູເປີບັກ ແຜ່ລະບາດຈາກທາງຕາເວັນຕົກຂອງກຳປູເຈຍເຂົ້າສູ່ທາງຕອນໃຕ້ຂອງຫວຽດນາມແລ້ວ.
ນັກວິທະຍາສາດ 2 ທ່ານຈາກໜ່ວຍວິໄຈພະຍາດເຂດຮ້ອນ ສົ່ງບົດຄວາມຕີພິມໃນວາລະສານແລນແຊດ ອິນເຟກເຊຍ ດິສີເຊ ລະບຸວ່າ: ການລະບາດຂອງເຊື້ອດື້ຢາທົ່ວພາກພື້ນລຸ່ມແມ່ນ້ຳຂອງພວມເປັນໄພຄຸກຄາມຄັ້ງໃຫຍ່ຕໍ່ການຄວບຄຸມພະຍາດມາລາເລຍ ຈຶ່ງຮຽກຮ້ອງໃຫ້ມີການອອກມາດຕະການຮັບມືກັບສະພາບສຸກເສີນທາງດ້ານສາທາລະນະສຸກໂດຍໄວ.
ກະຊວງສາທາລະນະສຸກຫວຽດນາມ ລະບຸໃນເດືອນເມສາຜ່ານມາວ່າ: ມີລາຍງານກວດພົບເຊື້ອມາລາເລຍດື້ຢາອາຣເທມິຊິລິນຢູ່ 5 ແຂວງ ແລະ ເຊື້ອພວມແຜ່ລະບາດໄປທົ່ວປະເທດ. ນອກຈາກນີ້ ຍັງກວດພົບເຊື້ອດື້ຢາໃນບາງພື້ນທີ່ຂອງໄທ, ມຽນມາ ແລະ ສປປ ລາວ ກ່ອນໜ້ານີ້.

