6 ເດືອນ ຕົ້ນປີ 2023 ມີອຸບັດເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ 11 ຄັ້ງ ເສຍຊີວິດ 4 ຄົນ

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ກ່າວໃນ ພິທີສະເຫຼີມສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຄົບຮອບ 13 ປີ (1 ສິງຫາ 2010 – 1 ສິງຫາ 2023) ທີ່ຈັດຂຶ້ນໃນວັນທີ 2 ສິງຫາ 2023.
ສປປ ລາວ ເປັນປະເທດທີ່ 2 ຖັດຈາກປະເທດ ນອກແວ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນວັນທີ 18 ມີນາ 2009 ແລະ ໄດ້ໃຫ້ສັດຕະຍາບັນ ໃນວັນທີ 16 ກຸມພາ 2010 ມີຜົນບັງຄັບໃຊ້ໃນ ວັນທີ 1 ສິງຫາ 2010, ໃນກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຄັ້ງທີ 9 ປີ 2019, ໄດ້ຮັບຮອງໃຫ້ລັດຖະບານ ແຫ່ງ ສປປ ລາວ ຕໍ່ອາຍຸສັນຍາຂອງ ສປປ ລາວ ໄປຕື່ມອີກ 5 ປີ ແຕ່ປີ 2020 ຫາ ປີ 2025 ເພື່ອສືບຕໍ່ປະຕິບັດພັນທະ ແລະ ໃຫ້ບັນລຸມາດຕາ 4 “ການເກັບກູ້ ແລະ ທຳລາຍ ເສດລະເບີດລູກຫວ່ານທີ່ຕົກຄ້າງ ແລະ ການໂຄສະນາສຶກສາເພື່ອຫຼຸດຜ່ອນຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ)”.
ລັດຖະບານໄດ້ສ້າງຄວາມເຂັ້ມແຂງໃຫ້ບັນດາອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກ ສະເພາະແມ່ນກອງກວດກູ້ລະເບີດເພື່ອມະນຸດສະທໍາກອງທັບ 58 ດ້ວຍການສ້າງທີມໃໝ່ເພີ່ມ ແລະ ທີມງານດັ່ງກ່າວໄດ້ຮັບການເຝິກອົບຮົມຫຼັກສູດວິຊາການເກັບກູ້ ລບຕ, ຫຼັກສູດແພດສະໜາມ ແລະ ຫຼັກສູດການໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ, ໃນໄລຍະ 6 ເດືອນ ຕົ້ນປີ 2023 ສາມາດໂຄສະນາສຶກສາຄວາມສ່ຽງໄພໄດ້ 456 ບ້ານ, ມີອຸບັດເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ 11 ຄັ້ງ, ມີຜູ້ໄດ້ຮັບເຄາະຮ້າຍ 21 ຄົນ, ໃນນີ້ ບາດເຈັບ 17 ຄົນ ແລະ ເສຍຊີວິດ 4 ຄົນ ເຊິ່ງສາເຫດແມ່ນຍ້ອນທໍາການຜະລິດ ແລະ ການທໍາມາຫາກິນ, ການສໍາຫຼວດແບບບໍ່ແມ່ນວິຊາການເພື່ອຊອກຫາຈຸດຫຼັກຖານໄດ້ 58 ບ້ານ ແລະ ສໍາຫຼວດແບບວິຊາການເພື່ອກໍານົດພື້ນທີ່ຂອງລະເບີດບໍ່ທັນແຕກທີ່ຕົກຄ້າງໄດ້ 8.411 ເຮັກຕາ, ກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຈຸດສຸມພັດທະນາ ໄດ້ 2.696 ເຮັກຕາ ແລະ ພັດທະນາຊີວິດການເປັນຢູ່ຂອງຜູ້ທີ່ຖືກເຄາະຮ້າຍໄດ້ 14 ຄົນ.

