ພາຍຸຝົນ-ນ້ຳຖ້ວມອ້ອມປັກກິ່ງ ມີຜູ້ເສຍຊີວິດ-ສູນຫາຍເຖິງ 47 ຄົນ ອົບພະຍົບນັບແສນ

ທາງການຈີນລາຍງານຜົນກະທົບຈາກເຫດພາຍຸຝົນ ແລະ ນ້ຳຖ້ວມທີ່ເກີດຂຶ້ນໃນພື້ນທີ່ອ້ອມຮອບນະຄອນຫລວງປັກກິ່ງ ລວມທັງມົນທົນເຫີເປີຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ແລະ ສູນຫາຍ 27 ຄົນ.

ໂດຍກະແສນ້ຳຖ້ວມທີ່ໄຫລແຮງໄດ້ພັດທຳລາຍຖະໜົນຫົນທາງ ແລະ ພັດພາເອົາລົດຫລາຍຄັນລອຍໄປຕາມນ້ຳ. ຂະນະທີ່ມີຕົ້ນໄມ້ຫັກຈຳນວນຫລາຍ ແລະ ເກີດໄຟຟ້າດັບເປັນບໍລິເວນກວ້າງ ກະທົບບ້ານເຮືອນຫລາຍກວ່າ 60.000 ຫລັງ.

ຫລ້າສຸດ, ເຈົ້າໜ້າທີ່ກູ້ໄພຍັງພະຍາຍາມເລັ່ງຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ. ຂະນະທີ່ທາງການໄດ້ລະດົມລົດດັນດິນ ແລະ ລົດຕັກດິນຫລາຍຄັນເລັ່ງກວດດິນອອກຈາກຖະໜົນ ແລະ ທາງລົດໄຟ.

ເບື້ອງຕົ້ນ, ທາງການລາຍງານວ່າມີການອົບພະຍົບປະຊາຊົນຫລາຍກວ່າ 200.000 ຄົນ ອອກຈາກພື້ນທີ່ສ່ຽງໃນເຂດນອກນະຄອນຫລວງປັກກິ່ງ ແລະ ເມືອງໃກ້ຄຽງເຊັ່ນ: Tianjin ແລະ Zhuozhou ແລະ ຫລາຍພື້ນທີ່ຂອງມົນທົນຊານຊີ ໄປຢູ່ໃນສູນອາໄສຊົ່ວຄາວພາຍໃນໂຮງຮຽນ ແລະ ອາຄານສາທາລະນະຕ່າງໆ.

ຂະນະທີ່ປະທານປະເທດ ສີຈິ້ນຜິງ ສັ່ງໃຫ້ລັດຖະບານທ້ອງຖິ່ນ “ດຳເນີນການໃນທຸກວິທີທາງ” ເພື່ອຊ່ວຍເຫລືອຜູ້ປະສົບໄພທີ່ຕົກຄ້າງຢູ່ຕາມເຮືອນ ແລະ ຫລຸດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນໃຫ້ໜ້ອຍທີ່ສຸດ.

ເຫດການພາຍຸຝົນ ແລະ ນ້ຳຖ້ວມຮຸນແຮງຄັ້ງນີ້ ສ້າງຄວາມປະຫລາດໃຈຕໍ່ທາງການ ແລະ ປະຊາຊົນໃນປັກກິ່ງ ເຊິ່ງຜ່ານມາມັກຈະຜະເຊີນລະດູຮ້ອນທີ່ແຫ້ງແລ້ງ.

ຂະນະທີ່ພື້ນທີ່ອື່ນໆ ໂດຍສະເພາະທາງຕອນໃຕ້ຂອງຈີນກຳລັງຜະເຊີນອຸທົກກະໄພຊ່ວງລະດູຮ້ອນຮຸນແຮງຜິດປົກກະຕິ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດເປັນຈຳນວນຫລາຍ. ຂະນະທີ່ຫລາຍພື້ນທີ່ຂອງປະເທດຍັງຜະເຊີນບັນຫາໄພແລ້ງ.

ໜ່ວຍງານອຸຕຸນິຍົມວິທະຍາໃນມົນທົນເຫີເປີຍລະບຸວ່າ: ຝົນທີ່ຕົກໜັກນັບແຕ່ວັນທີ 29 ກໍລະກົດ ສົ່ງຜົນໃຫ້ບາງພື້ນທີ່ມີປະລິມານນ້ຳຝົນສູງເຖິງ 500 ມິນລີແມັດ.

ສຳນັກຂ່າວຊິນຮົວລາຍງານໂດຍອ້າງຂໍ້ມູນຈາກກະຊວງຊັບພະຍາກອນນ້ຳຂອງຈີນ ພົບວ່າລະດັບນ້ຳໃນແມ່ນ້ຳ 13 ສາຍໃນລຸ່ມນ້ຳໄຫ່ເຫີ ເຊິ່ງຄວບຄຸມເຖິງນະຄອນຫລວງປັກກິ່ງ, ເມືອງທຽນຈິນ ແລະ ສື່ເຈຍຈວງ ເພີ່ມສູງເກີນລະດັບເຕືອນໄພແລ້ວ.

ອ້າງອີງ:

https://apnews.com/article/china-flooding-beijing-283180dc23fe5379381318617716db31