ລາວ ແລະ ສ. ເກົາຫລີ ຮັດແໜ້ນສາຍພົວພັນຮ່ວມມື ສອງອົງການນິຕິບັນຍັດໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ ແລະ ຍິນດີ ຕໍ່ ທ່ານ ປັກ ບ່ຽງຊອກ ສະມາຊິກສະພາແຫ່ງຊາດ, ອະດີດປະທານສະພາແຫ່ງຊາດ ສ. ເກົາຫລີ ພ້ອມຄະນະ ​ໃນ​ໂອກາດ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ ໃນວັນ​ທີ 26-28 ກໍລະກົດ 2023.​ເຊິ່ງເປັນການພົບປະຄັ້ງທີ 2 ພາຍຫລັງທີ່ໄດ້ພົບປະທາງໄກ ໃນເດືອນມີນາ 2022 ທີ່ຜ່ານມາ; ສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ. ເກົາຫລີ ໃນເຫດການໄພທຳມະຊາດນ້ຳຖ້ວມກະທັນຫັນ ໃນຕົ້ນເດືອນກໍລະກົດຜ່ານມາ ອັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍ ທັງຊີວິດ ແລະ ຊັບສິນຢ່າງຫລວງຫລາຍ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຊູກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ສ. ເກົາຫລີ ໂດຍສະເພາະສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

​    ໂອກາດນີ້, ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ກ່ຽວ​ກັບ​ສະພາ​ບ​ລວມຂອງ​ເສດຖະກິດ-ສັງຄົມ ໃຫ້​ກັນ​ ແລະ​ ກັນຊາ​ບ​ ທັງ​ຕີ​ລາຄາ​ສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສ. ເກົາຫລີ ທີ່ມີມູນເຊື້ອດີງາມມາແຕ່ດົນນານ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ລະຫວ່າງສອງປະເທດ, ມີການຮ່ວມມືທີ່ດີທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສຶກສາ, ສາທາລະນະສຸກ, ທ່ອງທ່ຽວ, ກິລາ ແລະອື່ນໆ ​ເຊິ່ງ ສ. ເກົາຫລີ ເປັນປະເທດທີ່ມີການລົງທຶນໃນອັນດັບ 5 ຢູ່ ສປປ ລາວ ໂດຍມີຂະແໜງພະລັງງານໄຟຟ້າ, ການກໍ່ສ້າງ, ການບໍລິການ, ກະສິກຳ, ອຸດສາຫະກໍາ ແລະ ຫັດຖະກໍາ, ການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ທະນາຄານ ແລະ ອື່ນໆ; ພ້ອມ​ ທັງນີ້ກໍ​ແລກປ່ຽນ​ຮ່ວມ​ມື​ຂອງ​ສອງ​ອົງການ​ນິຕິບັນຍັດລາວ-ສ. ​ເກົາຫລີ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ແຜນການຮ່ວມ​ມື​ໃນ​ຕໍ່ໜ້າ ທັງ​ຫາລື​ກັນ​ໃນ​ວຽກ​ງານ​ອື່ນໆ ທີ່​ຕ່າງ​ຝ່າຍ​ຕ່າງ​ໃຫ້​ຄວາມ​ສົນ​ໃຈ​ຕື່ມ​ອີກ.

ສອງຝ່າຍເປັນເອກະພາບກັນຫລາຍບັນຫາ ເປັນຕົ້ນ ການສະໜັບສະໜູນ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ໃນນັ້ນກໍຈະເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ຄັ້ງທີ 44. ສ່ວນສະພາແຫ່ງຊາດລາວ ກໍຈະເປັນເຈົ້າພາບຈັດກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45, ຂົນຂວາຍເອົາບັນດາໂຄງການລົງທຶນຂະໜາດໃຫຍ່, ນັກທ່ອງທ່ຽວ, ເປີດສາຍການບິນ ລະຫວ່າງ ແຂວງຫລວງພະບາງ ແລະ ເມືອງທ່ອງທ່ຽວ ຂອງ ສ. ເກົາຫລີ, ຊຸກຍູ້ເອົາແຮງງານລາວໄປອອກແຮງງານຢູ່ ສ. ເກົາຫລີ ແລະ ອື່ນໆ.