ຢູຟາ ເລືອກສະໜາມໃໝ່ ແອັດເລຕິໂກ ມາດຣິດ ຈັດເກມຮອບຊີງຊະນະເລີດ ຢູຟາ ແຊ໊ມປຽນລີກ

ສະຫະພັນບານເຕະເອີຣົບ ຫຼື ຢູຟາ ປະກາດຢືນຢັນວ່າສະ ໜາມ ວ່ານຕ໋າ ເມໂຕຣໂປລີ ຕາໂນ່ ສະໜາມໃໝ່ຂອງ ແອັດ ເລຕິໂກ ມາດຣິດ ໄດ້ສິດເປັນ ເຈົ້າພາບຈັດເກມ ຢູຟາ ແຊ໊ມ ປຽນລີກ ນັດຊີງຊະນະເລີດ ປະຈຳລະດູການ 2018-19.
ຂະນະທີ່ສະໜາມ ໂອລິມ ປິກ ທີ່ນະຄອນຫຼວງບາກູ ປະ ເທດອາເຊີໄບຈານ ຈະໄດ້ຈັດ ເກມ ຢູຟາ ຢູໂຣປາລີກ ນັດຊີງ ຊະນະເລີດໃນລະດູການດັ່ງ ກ່າວ ສ່ວນເກມ ຢູຟາ ຊູບເປີ ຄັບ ປະຈຳປີ 2019 ຈະໄປ ເຕະກັນທີ່ ເບຊິກຕັສ ທີ່ນະຄອນ ຫຼວງອິສຕັນບູລ ປະເທດຕຣຸກີ.
ສຳລັບສະໜາມ ວ່ານຕ໋າ ເມໂຕຣໂປລີຕາໂນ່ ເຊິ່ງຄວາມ ບັນຈຸ 67.703. ບ່ອນນັ່ງ ຫາ ກໍເປີດໃຊ້ວຽກຢ່າງເປັນທາງ ການໃນລະດູການນີ້ ແລະ ແອັດເລຕິໂກ ມາດຣິດ ຫາກໍ ປະເດີມສະໜາມໃຊ້ໃນເກມທີ່ ເອົາຊະນະ ມາລາກ້າ 1-0 ໃນ ວັນເສົາຜ່ານມາ.

