ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ຄືບໜ້າ 77,01%

ຕາມບົດລາຍງານປະຈຳເດືອນກຸມພາ 2023 ຂອງ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ມາຮອດທ້າຍເດືອນມິຖຸນາ 2023 ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ມີຄວາມຄືບໜ້າໄປແລ້ວຫລາຍກວ່າ 77%, ຫລຸດຄາດໝາຍເກືອບ 5%.
ການປະຕິບັດແຜນວຽກໃນເດືອນມິຖຸນາ 2023 ມີ2ສັນຍາຄື:ສັນຍາ 1 ແມ່ນວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຊອຍເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ໋ມ ແລະ ໜ້າວຽກອື່ນໆ, ຮອດທ້າຍເດືອນມິຖຸນາ ສັນຍານີ້ ປະຕິບັດຕົວຈິງໄດ້ເຫລາຍກວ່າ 63% ລື່ນແຜນ 0,10%.
ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບມີ ວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບອາຄານ ແລະ ວຽກອື່ນໆ ວຽກນີ້ປະຕິບັດໄດ້ເກືອບ 91% ຫລຸດຄາດໝາຍ 9,17%. ສະເລ່ຍແລ້ວ ລວມແຜນທັງໝົດທັງ 2 ສັນຍາ ມາຮອດທ້າຍເດືອນມິຖຸນາ 2023 ປະຕິບັດໄດ້ 77,01% ຫລຸດຄາດ ໝາຍ 4,54%).
ສຳລັບເດືອນກໍລະກົດ 2023 ນີ້, ຕາມແຜນການແລ້ວ ໃນສັນຍາ1 ໄລຍະ 2B ຈະສູ້ຊົນປະຕິບັດວໃຫ້ໄດ້ຫລາຍກວ່າ 4%, ສັນຍາ 2 ໄລຍະ 3 ແຜນການໃຫ້ໄດ້ຫລາຍກວ່າ 2%, ແຜນລວມທັງ 2 ສັນຍາ ໃນເດືອນກໍລະກົດ ໃຫ້ໄດ້ 80,43%.

