ເຮືອເຟີຣີຂວ້ຳນອກຝັ່ງອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວ 15 ຄົນ ສູນຫາຍ 19 ຄົນ

ສຳນັກງານຄົ້ນຫາ ແລະ ກູ້ໄພແຫ່ງຊາດຂອງອິນໂດເນເຊຍລາຍງານວ່າ: ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 15 ຄົນ ຈາກເຫດການເຮືອເຟີຣີ ຫລື ເຮືອໂດຍສານຂ້າມຟາກພ້ອມຜູ້ໂດຍສານ 40 ຄົນຂວ້ຳຢູ່ບໍລິເວນນອກຝັ່ງເກາະຊູລາເວຊີ ໂດຍເຈົ້າໜ້າທີ່ຍັງພະຍາຍາມຄົ້ນຫາຜູ້ສູນຫາຍອີກ 19 ຄົນ, ຂະນະທີ່ມີຜູ້ລອດຊີວິດ 6 ຄົນ.
ເຫດການເຮືອຂວ້ຳດັ່ງກ່າວເກີດຂຶ້ນປະມານທ່ຽງຄືນຜ່ານມາຕາມເວລາທ້ອງຖິ່ນ ໂດຍສາເຫດຍັງບໍ່ແນ່ນອນ ເຊິ່ງລະຫວ່າງເກີດເຫດເຮືອກຳລັງພາຜູ້ໂດຍສານທັງໝົດເດີນທາງຂ້າມອ່າວໃນເກາະມູນາ ຫ່າງຈາກເມືອງເກັນດາຣີ (Kendari) ເມືອງເອກຂອງແຂວງຊູລາເວຊີ ຕາເວັນອອກສຽງໃຕ້ (Southeast Sulawesi) ປະມານ 200 ກິໂລແມັດ.
ຂະນະທີ່ຜູ້ເສຍຊີວິດທັງໝົດໄດ້ຮັບການຢືນຢັນ ແລະ ພິສູດເອກະລັກບຸກຄົນ ແລະ ສົ່ງມອບສົບໃຫ້ຄອບຄົວແລ້ວ, ສ່ວນຜູ້ລອດຊີວິດທັງໝົດຢູ່ລະຫວ່າງການປິ່ນປົວໃນໂຮງໝໍ.
ອ້າງອີງ:

