ເດັກມີຂອງ! ບຣູໂນ້ ຍ້ອງຍໍ “ຄັອບບີ້ ໄມນູ” ດີພໍແຈ້ງເກີດກັບ ແມນຢູ

ບຣູໂນ້ ເຟີນານເດສ ກອງກາງຂອງ ແມນເຊັສເຕີ ຢູໄນເຕັດ ອອກມາກ່າວຍ້ອງຍໍ ຄັອບບີ້ ໄມນູ ທີ່ກຳລັງສະແດງຟອມທີ່ໂດດເດັ່ນໃຫ້ກັບສະໂມສອນໃນຊ່ວງກ່ອນລະດູການ.

ກອງກາງອາຍຸ 18 ປີ ໄດ້ຮັບໂອກາດທີ່ຈະເປີດຕົວໃຫ້ກັບທີມຊຸດໃຫຍ່ຂອງ ເອຣິກ ເທນຮາກ ນັບຕັ້ງແຕ່ລະດູການທີ່ຜ່ານມາ. ຫລັງຈາກສ້າງຜົນງານໄດ້ໂດດເດັ່ນກັບທີມສຳຮອງ ແລະ ເປັນເຈົ້າຂອງລາງວັນນັກເຕະດາວຮຸ່ງຂອງສະໂມສອນໃນລະດູການທີ່ຜ່ານມາ.

ໃນຊ່ວງພຣີຊີຊັນ ໄມນູ ໄດ້ຮັບໂອກາດໂດຍ ເທນຮາກ ລົງເປັນໂຕຈິງຊຸດທໍາອິດໃນທັ້ງສາມເກມ ແລະ ເຮັດຜົນງານໄດ້ຢ່າງດີເດັ່ນ ໂດຍສະເພາະສູ້ກັບແດນກາງທີ່ມີທັງ ມາຕິນ ໂອເດກາດ, ໄຄ ນາແວດ ແລະ ດີແຄນ ໄຣຊ ໄດ້ຢ່າງໂດດເດັ່ນ.