ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ເຄື່ອນໄຫວວຽກຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ວັນທີ 21 ກໍລະກົດ 2023, ທ່ານ ພັນຄໍາ ວິພາວັນ ອະດີດ ນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ພ້ອມດ້ວຍພັນລະຍາ ເຄື່ອນໄຫວວຽກຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ໂດຍໄດ້ຮັບການຕ້ອນຮັບ ຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ.
ໃນການມາຢ້ຽມຢາມໃນຄັ້ງນີ້ ກໍເພື່ອເຂົ້າຮ່ວມພິທີການມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ ພ້ອມທັງໄປຢ້ຽມຢາມພື້ນຖານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ເຂົ້າຢ້ຽມຊົມສວນສາທະລະນະຖ້ຳເຈົ້າອະນຸວົງ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນທ່ອງທ່ຽວທາງທໍາມະຊາດ ທີ່ຕິດພັນກັບຮ່ອງຮອຍປະຫວັດສາດທີ່ສຳຄັນຂອງຊາດທີ່ເລົ່າຂານ ກັນວ່າ ເຈົ້າອະນຸວົງ ໃຊ້ເປັນບ່ອນຫລົບລີ້ສັດຕູ ແລະ ນໍພາກອງທັບມາຈັ້ງທ່າຢູ່ສະຖານທີ່ແຫ່ງ ເພື່ອຕໍ່ສູກູ້ຊາດໃນສະໄໝສະຫຍາມຮຸກຮານລາວ, ພ້ອມທັງໄປກາບໄຫວ້ຫໍຫລັກເມືອງ ທີ່ເປັນມິ່ງຂວັນຂອງຊາວໄຊສົມບູນ ແລະ ທ່ຽວຊົມຈຸດຊົມວິວຂອງ ສະຖານີວິທະຍຸ-ໂທລະພາບ ແຂວງ ທີ່ໄດ້ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ສຳຄັນຂອງແຂວງ, ພ້ອມທັງເພື່ອເປັນການສົ່ງເສີມວຽກງານການທ່ອງທ່ຽວໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 5 ທ່າແຮງທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ.