ໂຄງການກໍ່ສ້າງຕຶກອະເນກປະສົງແຄນຄູ່ ມີມູນຄ່າການກໍ່ສ້າງ ຫລາຍກວ່າ 200 ລ້ານໂດລາ ຈັດເກັບລາຍຮັບເຂົ້າງົບປະມານໄດ້4.896 ລ້ານກວ່າກີບ

ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງ ເມືອງໂຂງ ລາຍງານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄລຍະ 6 ເດືອນຕົ້ນປີ 2023 ໃນໂອກາດທີ່ ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ ເຈົ້າ​ແຂວງ​ຈຳ​ປາ​ສັກ ​ເຄື່ອນ​ໄຫວ​ຊຸກ​ຍູ້​ວຽກ​ງານ​ຮອບ​ດ້ານຢູ່ເມືອງໂຂງ  ໃນວັນ​ທີ 17 ກໍ​ລະ​ກົດ 2023 ຜ່ານມາ.

ໄລຍະ 6 ເດືອນຕົ້ນປີ ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍໜ້າວຽກເປັນຕົ້ນ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ເອົາໃຈໃສ່ຊຸກຍູ້ການຜະລິດລະດູແລ້ງ, ການຜະລິດລະດູຝົນ ແລະ ການຜະລິດເປັນສິນຄ້າອື່ນໆ, ສົ່ງເສີມການບໍລິການທ່ອງທ່ຽວ, ການຄ້າ, ດຶງດູດເອົາການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃນນັ້ນ:

– ສາມາດລະດົມເງິນຝາກໄດ້ທັງໝົດ 300 ກວ່າຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 67,39%, ປ່ອຍກູ້ໄດ້ 4,58 ຕື້ກີບ ເທົ່າກັບ 24,62% ຂອງແຜນ;

– ໂຄງການລົງທຶນຂອງລັດ ມີທັງໝົດ 9 ໂຄງການ (ເປັນໂຄງການສືບຕໍ່), ມູນຄ່າ 172,08 ຕື້ກີບ, ມູນຄ່າປະຕິບັດໜ້າວຽກໄດ້ 25,07 ຕື້ກີບ. ໃນນັ້ນ: ປະຕິບັດສໍາເລັດ 100% ມີ 1 ໂຄງການ ມູນຄ່າ 903 ລ້ານກີບ, ໂຄງການທຶນສົມທົບມີ 1 ໂຄງການ ຄື: ໂຄງການກໍ່ສ້າງທາງດິນແດງບ້ານພິມານໂພນ ມູນຄ່າ 365 ລ້ານກີບ ໃນນັ້ນ: ທຶນປະຊາຊົນ 265 ລ້ານກີບ ແລະ ເງິນກອງທຶນທາງ ປີ 2023 ຈໍານວນ 100 ລ້ານກີບ;

– ໄດ້ຮັບແຜນງົບປະມານຊໍາລະໂຄງການໜີ້ສິນ ທັງໝົດ 1.542,86 ລ້ານກີບ ມີ 3 ໂຄງການ, ໂຄງການທຶນຊ່ວຍເຫຼືອ ມີ 1 ໂຄງການ, ມູນຄ່າ 36,87 ຕື້ກີບ, ປະຕິບັດສໍາເລັດ 100%;

– ໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ໃນຂັ້ນຕອນ​ສຶກ​ສາ​ໂຄງ​ການ​ຄວາມ​ເປັນ​ໄປ​ໄດ້ມີ 7 ໂຄງການ.

– ອັນສໍາຄັນ ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ແມ່ນໄດ້ສໍາເລັດການວາງສີລາລືກໂຄງການກໍ່ສ້າງຕຶກອະເນກປະສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ມູນຄ່າການກໍ່ສ້າງ 200 ລ້ານໂດລາ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 4.896 ລ້ານກວ່າກີບ ເທົ່າກັບ 32,20% ຂອງແຜນປີ

– ການຜະລິດເຂົ້ານາແຊງ ປະຕິບັດໄດ້ 2.512 ເຮັກຕາ ເທົ່າກັບ 83,76% ຂອງເນື້ອທີ່ແຜນການ, ຜົນຜະລິດໄດ້ 12.811 ໂຕນ. ການຜະລິດເຂົ້ານາປີ 2023, ມີເນື້ອທີ່ແຜນການ 16.179 ເຮັກຕາ, ປັກດໍາໄດ້ 1.619 ເຮັກຕາ ທຽບໃສ່ແຜນເທົ່າກັບ 10%.

– ການສົ່ງເສີມການຜະລິດເປັນສິນຄ້າ: ບໍລິສັດ IDP ແລະ ເຄືອຂ່າຍກະສິກອນລາວ ໄດ້ສົ່ງເສີມການຜະລິດເຂົ້າເປັນສິນຄ້າ ໃນເນື້ອທີ່ທັງໝົດ 2.330 ກວ່າເຮັກຕາ, ນໍາໃຊ້ແນວພັນ 8 ຊະນິດ, ຈໍານວນ 140 ກວ່າໂຕນ;

– ການຜະລິດຂອງສະຫະກອນ, ກຸ່ມການຜະລິດພາຍໃນເມືອງຈໍາໜ່າຍຜະລິດຕະພັນໄດ້ທັງໝົດ 1.870 ລ້ານກວ່າກີບ. ອັນສໍາຄັນແມ່ນໄດ້ສໍາເລັດຈັດພິທີປະກາດຍົກລະດັບກຸ່ມການຜະລິດ ເປັນສະຫະກອນໄດ້ 2 ສະຫະກອນຄື: ສະຫະກອນຜະລິດຫັດຖະກໍາຈັກສານໄມ້ປ່ອງບ້ານໂພນສະອາດ ແລະ ສະຫະກອນເຫຼົ້າຂາວດອນໂຂງ.