ມະຕິຕົກລົງ ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ

ມາດຕາ 1 ນະໂຍບາຍ

1) ເຫັນດີໃຫ້ຕໍ່ອາຍຸການຂອງຄູທີ່ຄົບກໍານົດອອກພັກຜ່ອນບໍານານ ໂດຍໃຫ້ປະຕິບັດນະໂຍບາຍເງິນເດືອນ ແລະ ອຸດໜູນ ຄືເກົ່າ ຈົນກວ່າຄູຜູ້ນັ້ນຈະສະເໜີຂໍພັກຜ່ອນ.

2) ເຫັນດີໃຫ້ຜູ້ທີ່ເຄີຍເປັນຄູສອນ ທີ່ເຮັດວຽກໃນຂະແຫນງການອື່ນ ເມື່ອພັກບໍານານແລ້ວ ສາມາດມາ ສືບຕໍ່ເປັນຄູສອນໄດ້ ໂດຍປະຕິບັດນະໂຍບາຍເງິນເດືອນ ແລະ ອຸດໜູນໃນຕໍາແໜ່ງສຸດທ້າຍ ເວລາ ຜູ້ກ່ຽວຈະພັກບໍານານ.

3) ເຫັນດີໃຫ້ປະຕິບັດເງິນເດືອນໃຫ້ແກ່ຄູອາສາສະໝັກ ຕາມຊັ້ນຂັ້ນເງິນເດືອນ ທີ່ລະດັບການສຶກສາ ຜູ້ກ່ຽວໄດ້ຮຽນມາ ແລະ ນະໂຍບາຍເງິນໂມງສອນຄືກັນກັບຄູທີ່ເປັນລັດຖະກອນ.

4) ເຫັນດີໃຫ້ຫັນເປັນພະລາກອນຄູໃນບ່ອນທີ່ມີເງື່ອນໄຂ.

5) ເຫັນດີໃຫ້ນໍາໃຊ້ຂະແໜງການອື່ນ ເຊັ່ນ: ທະຫານຊາຍແດນ ເປັນຄູສິດສອນໃນບ່ອນທີ່ມີເງື່ອນໄຂ ໂດຍໃຫ້ຄິດໄລ່ເງິນນະໂຍບາຍໂມງສອນໃຫ້ຜູ້ກ່ຽວຕື່ມ ຕາມອັດຕາທີ່ລັດກໍານົດ.