ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX

ວັນທີ 18 ກໍລະກົດ 2023, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ດຳເນີນມາແຕ່ວັນທີ 26 ມິຖຸນາ ຜ່ານມາ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຕະຫລອດການດຳເນີນກອງປະຊຸມສະໄໝສາມັນ ໃນຄັ້ງນີ້ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ເນື້ອໃນຂອງບົດລາຍງານຕ່າງໆຂອງລັດຖະບານ.
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ-ຮັບຮອງເອົາບົດລາຍງານລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ລັດຖະບານ ໃນການບໍລິຫານ, ບັນຊາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ດ້ວຍການວາງມາດຕະການຕ່າງໆ ເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນລະດັບ 4,8%, ການຊຸກຍູ້ການຜະລິດ ເພື່ອຊ່ວຍພາຍໃນ ແລະ ຂາອອກໄດ້ມີໜໍ່ແໜງໃໝ່ຈຳນວນໜຶ່ງ, ການເກັບລາຍຮັບມີການເພີ່ມຂຶ້ນ. ໃນນີ້ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ແກ້ໄຂບັນຫາທີ່ສັງຄົມ ເປັນຫ່ວງເຊັ່ນ: ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ກໍຄື ປະຊາຊົນບັນດາເຜົ່າ. ພ້ອມທັງ ແກ້ໄຂບັນຫາການຈັດສັນການລົງທຶນຂອງລັດໃຫ້ທັນເວລາ, ແກ້ໄຂບັນຫາຂອງຄູ, ແພດອາສາສະໝັກ, ບັນຫາຄຸນນະພາບການສຶກສາ, ສາທາລະນະສຸກ, ສະຫວັດດີການສັງຄົມ, ບັນຫາແຮງງານ, ລວມທັງບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ແລະ ອື່ນໆ.
ນອກນີ້, ຍັງໄດ້ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງກອງປະຊຸມ ເຫັນວ່າດ້ວຍຄວາມບຸກບືນ, ສູ້ຊົນຂອງລັດຖະບານ ເຮັດໃຫ້ການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຫລາຍດ້ານ, ການປະຕິບັດວິໄນແຜນການ-ການເງິນ ຢູ່ຂົງເຂດວຽກງານຕ່າງໆ ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ, ການແກ້ໄຂບັນຫາຢາເສບຕິດ ໄດ້ເປັນຂະບວນການຢ່າງກວ້າງຂວາງ; ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດ ປີ 2030 ແນໃສ່ສ້າງການສະສົມທຶນຮອນ ເພື່ອຫັນປະເທດໃຫ້ເປັນອຸດສາຫະກຳທັນສະໄໝ, ກອງປະຊຸມມອບໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງການຂຸດຄົ້ນແຮ່ທາດ ໃນເງື່ອນໄຂທີ່ປະເທດເຮົາຍັງມີຂໍ້ຈໍາກັດຄວາມຮູ້ດ້ານເຕັກນິກ, ວິຊາການດ້ານທໍລະນີສາດ-ແຮ່ທາດ, ກຳນົດການຈັດສັນປະເພດແຮ່ທາດທີ່ມີຄຸນຄ່າສູງ ແລະ ຫາຍາກ, ການກຳນົດເຂດຫວງຫ້າມ, ການແບ່ງເຂດຍຸດທະສາດທີ່ຈະຮັກສາໄວ້ຍາວນານ. ພ້ອມທັງພິຈາລະນາ ແລະ ຮັບຮອງເອົາຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ເຊິ່ງເຫັນວ່າໄລຍະຜ່ານມາ ລັດຖະບານໄດ້ມີຄວາມພະຍາຍາມ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງ ການບໍລິການປິ່ນປົວສຸຂະພາບຂັ້ນພື້ນຖານ, ຜູ້ປະກັນຕົນ ແລະ ສະມາຊິກ ໄດ້ຮັບການອຸດໜູນຈາກກອງທຶນປະກັນສັງຄົມ ແລະ ກອງທຶນປະກັນສຸຂະພາບ ໃນລະດັບທີ່ແນ່ນອນ.
ພ້ອມກັນນັ້ນ, ກອງປະຊຸມກໍໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030; ຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ; ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ເຊິ່ງປະກອບມີ ກົດໝາຍສ້າງໃໝ່ 4 ສະບັບ ຄື: ກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ, ກົດໝາຍວ່າດ້ວຍການຈັດຫາງານ, ກົດໝາຍວ່າດ້ວຍອາກອນທີ່ດິນ, ກົດໝາຍວ່າດ້ວຍເຍົາວະຊົນລາວ ແລະ ກົດໝາຍສະບັບປັບປຸງ 6 ສະບັບ.
ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນລວມສູນສະຕິປັນຍາ, ສິດປະຊາທິປະໄຕ ກໍຄື ການຍົກສູງການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

