ລັດຖະບານ ກໍານົດຍຸດທະສາດຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ໄປຕາມ 6 ແຜນງານ ແລະ 17 ໂຄງການບູລິມະສິດ

ໂດຍ: ຜາຕຸງ
ສະມາຊິກສະພາແຫ່ງຊາດໄດ້ຊັກຖາມເຈາະຈີ້ມຕໍ່ລັດຖະບານກ່ຽວກັບການຈັດສັນອາຊີບຄົງທີ່ ແລະ ການຕັ້ງຖິ່ນຖານພູມລໍາເນົາເພື່ອຄຸ້ມຄອງແລະຫຼຸດຜ່ອນ ການຍົກຍ້າຍຖິ່ນຖານຂອງປະຊາຊົນຈາກເຂດຊົນນະບົດ ເຂົ້າສູ່ຕົວເມືອງ ແລະ ຈາກພາກເໜືອ ໄປຫາພາກກາງ ແລະ ພາກໃຕ້ລັດຖະບານມີວິທີການ ແລະ ມາດຕະການ ແກ້ໄຂແນວໃດ ?.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ: ການແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງໃນທົົ່ວປະເທດ, ຜ່ານມາລັດຖະບານ ໄດ້ມີຄວາມພະຍາຍາມໃນການແກ້ໄຂ ແລະ ກໍາລັງສືບຕໍ່ສຸມໃສ່ແກ້ໄຂດ້ວຍການ ສຸມໃສ່ຈັດບ້ານ, ຄອບຄົວປະຊາຊົນທີ່ບໍ່ມີພູມລໍາເນົາຄົງທີ່, ບ່ອນທໍາມາຫາກິນຖາວອນ ແລະ ອາຊີບ ໝັ້ນທ່ຽງ ທີ່ນອນໃນບັນດາຈຸດສຸມຂອງທ້ອງຖິ່ນ ແລະ ສູນກາງຕາມທິດນໍາ “ລັດ ແລະ ປະຊາຊົນພ້ອມກັນເຮັດ”, ຢູ່ຫຼາຍແຂວງ ໄດ້ດໍາເນີນການໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ການຈັດສັນ,ຍົກຍ້າຍບ້ານ ທີື່ຖືກຜົນກະທົບ ຈາກໂຄງການພັດທະນາຕ່າງໆ ໃຫ້ກາຍເປັນຊຸມຊົນໃໝ່ທີ່ພັດທະນາຢູ່ ຊົນນະບົດ.
ນອກຈາກນັ້ນແລ້ວ ໄດ້ສຸມໃສ່ດໍາເນີນການຈັດສັນພູມ ລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນລະດັບສູນກາງ ຢູ່ເຂດຍາມ ຈະເລີນ, ປາກຍອງ ເມືອງທ່າໂທມ, ແຂວງໄຊສົມບູນ ແລະ ເຂດນາກຸນ, ເມືອງບໍລິຄັນ, ບ້ານນໍ້າພຽງ, ເມືອງບໍ່ແຕນ, ແຂວງໄຊຍະບູລີ. ຊຶ່ງມາຮອດປະຈຸບັນ ບາງຈຸດສຸມໄດ້ເລີ່ມເປັນຮູບຮ່າງ ແລະ ມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນ: ການຈັດສັນທີ່ຢູ່ອາໄສ, ບ່ອນທໍາມາຫາກິນຂອງປະຊາຊົນ, ການພັດທະນາພື້ນຖານໂຄງລ່າງ ແລະ ພື້ນຖານວັດຖຸ- ເຕັກນິກຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການ ບໍລິການສາທາລະນະຂອງລັດ, ໄດ້ປັບປຸງຄຸນນະພາບຊີວິດໃຫ້ດີຂື້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ,
ຄຽງຄູ່ກັນນີ້, ລັດຖະບານໄດ້ມອບຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ຈັດສັນຢູ່ພາຍໃນທ້ອງຖິ່ນຂອງຕົນ ໃຫ້ສຸດຄວາມສາມາດ ພາຍໃຕ້ການຊ່ວຍໜູນດ້ານທຶນຮອນຈາກລັດຖະບານ ເປັນ ຕົ້ນແມ່ນແຂວງຜົ້ງສາລີ, ແຂວງຫຼວງ ພະບາງ ແລະ ແຂວງອື່ນໆ ອັນໄດ້ເຮັດໃຫ້ປະກົດການເຄື່ອນຍ້າຍຊະຊາຍຂອງປະຊາຊົນພາຍໃນແຂວງຂອງຕົນໄປສູ່ບໍລິເວນອື່ນສະຫງົບລົງໂດຍພື້ນຖານ ເຮັດໃຫ້ການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງມີທ່າອ່ຽງຫຼຸດລົງ ແລະ ມີບັນຫາໜ້ອຍລົງກວ່າເກົ່າ, ແຕ່ເຖິງຢູ່າງໃດກໍດີ ການຄຸ້ມຄອງວຽກງານຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນຍັງບໍ່ລວມສູນເປັນ ເອກະພາບກັນ, ລະບຽບການຄຸ້ມຄອງຍັງນໍາໃຊ້ຫຼາຍນິຕິກໍາຊຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນການ, ໂຄງການ ຈັດສັນພູມລໍາເນົາ ແລະ ອາຊີບ ໃນແຕ່ລະໄລຍະມີຄວາມຫຍຸ້ງຍາກ, ບໍ່ລວມສູນ ແຕ່ວຽກງານຈັດສັນພູມລໍາເນົາ ແລະ ອາຊີບ ພັດເປັນວຽກງານຮີບດ່ວນ ຈໍາເປັນທີ່ລັດຖະບານຕ້ອງໄດ້ສຸມໃສ່ແກ້ໄຂໃນສະເພາະໜ້າ ແລະ ຍາວນານ ຕ້ອງມີທິດທາງແຜນການ, ວິທີການ, ມາດຕະການແກ້ໄຂ ເປັນລະບົບຄົບຊຸດ ແລະ ລວມສູນເປັນເອກະພາບ.
ສໍາລັບບັນດາທິດທາງໃນການ ພັດທະນາຊົນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນຕໍ່ໜ້ານັ້ນ ທ່ານ ສອນໄຊ ສີພັນດອນ ເວົ້າລະອຽດວ່າ: ຖືເອົາວຽກງານພັດທະນາຊົນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນໃຈກາງ ໃນການສຸມທຶນຮອນເຂົ້າໃສ່ ເພື່ອພັດທະນາຈຸດສຸມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍຈັດສັນພູມລໍາເນົາ ແລະ ອາຊີບ ສະບັບເລກທີ 45/ສພຊ ໂດຍ ກໍານົດເປັນຍຸດທະສາດຈັດສັນພູມລໍາເນົາ ແລະ ອາຊີບ ເຊິ່ງໄດ້ນໍາເຂົ້າຜ່ານໃນກອງປະຊຸມລັດຖະບານແລ້ວ ເຊິື່ງເນື້ອໃນຕົ້ນຕໍ ຂອງຍຸດທະສາດ ໄດ້ກໍານົດອອກເປັນ 6 ແຜນງານ ແລະ 17 ໂຄງການບູລິມະສິດ ຄື: ແຜນງານກໍານົດຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ແລະ ສ້າງລະບົບຖານຂໍ້ມູນ; ແຜນງານການຈັດສັນພູມລໍາເນົາ; ແຜນງານການຈັດສັນອາຊີບ; ແຜນງານສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດສັນພຸມລໍາເນົາ ແລະ ອາຊີບ; ແຜນງານຮ່ວມ ແລະ ລະດົມທຶນເຂົ້າ ໃນການຈັດສັນພູມລໍາເນົາ ແລະ ອາຊີບ; ແຜນງານຕິດຕາມ, ກວດກາ ແລະ ປະເມີນວຽກງາາຈັດສັນ ພຸມລໍາເນົາ ແລະ ອາຊີບ.
ນອກຈາກນັ້ນແມ່ນເລັ່ງຄົ້ນຄວ້າກໍານົດແຜນແມ່ບົດການພັດທະນາຊົນນະບົດຮອບດ້ານ, ຍຸດທະສາດການຈັດພູມລໍາເນົາ ແລະ ອາຊີບ ແຕ່ນີ້ຮອດປີ2035 ໃຫ້ສໍາເລັດເພື່ອເປັນບ່ອນອີງໃຫ້ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນຜັນຂະຫຍາຍເປັນແຜນງານ ແລະ ເປັນໂຄງການລະອຽດ, ເລັ່ງສ້າງແຜນການ ແລະ ກໍານົດໂຄງການພັດທະນາຢູ່ 20 ຈຸດສຸມພັດທະນາຊົນນະບົດໃໝ່ ເພື່ອສ້າງຕົວແບບ ແຂວງໜຶ່ງໃຫ້ໄດ້ຢ່າງໜ້ອຍ 1-2 ແຫ່ງ, ສືບຕໍ່ຈັດສັນພູມລໍາເນົາ ແລະ ຈັດສັນອາຊີບໃຫ້ປະຊາຊົນບັນດາເຜົ່າ ຢູ່ 25 ຈຸດສຸມ ຕາມກົດໝາຍໃຫ້ສໍາເລັດໂດຍພື້ນຖານ ແລະ ສືບຕໍ່ປະຕິບັດຍຸດທະສາດໃນການຫັນລົງຮາກຖານຢູ່າງແຂງແຮງ ສຸມໃສ່ການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ທີ່ສູນກາງພັກ ວາງອອກ ໃຫ້ແຂງແຮງກວ່າເກົ່າ ທັງປຸກລະດົມທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ ແລະ ທົົ່ວສັງຄົມ ໃຫ້ມີສ່ວນຮ່ວມໃນວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໃຫ້ຫລາຍຂື້ນ ຄົ້ນຄວ້າ ນະໂຍບາຍທີ່ມີລັກສະນະດຶງດູດ ແລະ ສົົ່ງເສີມ ກວ່າເກົ່າ ເພື່ອສ້າງແຮງຈູງໃຈໃນການປະກອບສ່ວນໃຫ້ ຫລາຍຂຶ້ນ, ສືບຕໍ່ເພີ່ມທະວີການພົວພັນ-ຮ່ວມມື ກັບປະເທດເພື່ອນມິດຍຸດທະສາດ, ສະຖາບັນການເງິນ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາທຶນຮອນ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຫລາຍຂຶ້ນ.

