ປກສ ນະຄອນ ຫລວງພະບາງ ປ່ອຍຕົວຜູ້ກະທຳຜິດ 21 ຄົນ ທີ່ຄົບກຳນົດບໍາບັດ-ດັດສ້າງ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 14 ກໍລະກົດ 2023 ຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນ ຫລວງພະບາງ ໄດ້ປ່ອຍຕົວຜູ້ຖືກຫາ ທີ່ຄົບກຳນົດບຳບັດດັດສ້າງ 1 ປີ ຢູ່ສູນບຳບັດຢາເສບຕິດ ທີ່ບ້ານພິກໃຫຍ່ ຈໍານວນ 21 ຄົນ ທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ພົນລະເມືອງ.

ທ່ານ ພັນຕີ ຄຳສອນ ພຸດລະວົງ ຫົວໜ້າພະແນກຕຳຫລວດ ກອງບັນຊາການ ປກສ ນະຄອນ ຫລວງພະບາງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປ່ອຍຕົວຜູ້ຖືກຫາ ແລະ ບົດລາຍງານຫຍໍ້ການກັກຕົວຜູ້ຖືກຫາທີ່ດັດສ້າງ ວ່າ: ຜູ້ຖືກຫາດັດສ້າງທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້, ແມ່ນເປົ້າໝາຍທີ່ໄດ້ກະທຳຜິດ ຈາກການ ມົ້ວສຸມຢາເສບຕິດ ແລະ ລັກຊັບ ຜ່ານໄລຍະເວລາການບຳບັດດັດສ້າງ 1 ປີ ເຫັນວ່າ ຜູ້ຖືກຫາ ຈໍານວນ 21 ເປົ້າໝາຍ ໄດ້ມີຄວາມຫ້າວຫັ້ນ, ເອົາໃຈໃສ່ໃນການປະຕິບັດລະບຽບວິໄນ ໄດ້ເປັນຢ່າງດີ, ມີຄວາມຮູ້ສຶກຜິດທີ່ໄດ້ຫລົງກະທຳຜິດ, ມົ້ວສຸມກັບສິ່ງເສບຕິດຜິດກົດໝາຍ; ໃນໄລຍະການບຳບັດ ຄະນະຮັບຜິດຊອບຈາກພາກສ່ວນຕ່າງ  ໄດ້ສຶກສາອົບຮົມແນວຄິດ ກ່າວເຕືອນຕໍ່ຜູ້ຖືກຫາ ໃຫ້ມີແນວຄິດໜັກແໜ້ນ ເຂັ້ມແຂງ ເປັນການປ້ອງກັນ ບໍ່ໃຫ້ມີການກະທຳຜິດຄືນໃໝ່, ທັງສືບຕໍ່ດຳລົງຊີວິດດ້ວຍຄວາມປອດໃສ, ເປັນຄົນດີ ໃນຄອບຄົວ ແລະ ສັງຄົມ, ປະກອບອາຊີບດ້ວຍຄວາມສັດຊື່ບໍລິສຸດ, ປະກອບສ່ວນອອກແຮງງານພັດທະນາທ້ອງຖິ່ນ, ມີຄວາມສາມັກຄີພາຍໃນຄອບຄົວ ແລະ ສັງຄົມ.

ໂອກາດນີ້, ທ່ານ ພັນໂທ ໄວຍາສັກ ຄຳພິຈິດ ໄດ້ເນັ້ນໃຫ້ບັນດາເປົ້າໝາຍຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ-ລັດຖະບານ ໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ພາຍຫລັງທີ່ໄດ້ອອກໄປດຳລົງຊີວິດຢູ່ໃນສັງຄົມ ຕ້ອງພ້ອມກັນປະຕິບັດຕົນເອງໃຫ້ເປັນພົນລະ ເມືອງດີ ຮັບປະກັນບໍ່ໃຫ້ຕົນເອງກັບຄືນມາກະທຳຜິດ ຕໍ່ລະບຽບກັດໝາຍອີກຄັ້ງ ແລະ ປະກອບສ່ວນເຮັດໃຫ້ ການພັດທະນາເສດຖະກິດຂອງຄອບຄົວດີຂື້ນເປັນກ້າວໆ.