ແຣສຟອດ ປັດຂໍ້ສະເໜີກ້ອນໃຫຍ່ຈາກ ຫລາຍທີມ ກ່ອນຕໍ່ສັນຍາໃໝ່ກັບ ແມນຢູ

ມາຄັສ ແຣສຟອດ ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບສັນຍາສະບັບໃຫມ່ກັບ ແມນເຊັສເຕີ ຢູໄນເຕັດ ເປັນທີ່ຮຽບຮ້ອຍ, ອີງຕາມ David Ornstein.

ກອງໜ້າທີມຊາດອັງກິດ ຄືນຟອມເກັ່ງກັບມາເປັນກໍາລັງສໍາຄັນສໍາລັບທີມຂອງ ເອຣິກ ເທນຮາກ ໃນລະດູການທີ່ຜ່ານມາ, ເຊິ່ງເຂົາຍິງໄດ້ 30 ປະຕູໃນ 56 ເກມລວມທຸກການແຂ່ງຂັນ. ເປັນການຍິງໄດ້ຫລາຍທີ່ສຸດຕໍ່ລະດູການໃນອາຊີບຂອງລາວ.

ສັນຍາສະບັບເດີມຂອງ ແຣສຟອດ ຈະໝົດອາຍຸໃນຊ່ວງຊຳເມີ້ປີ 2024 ເຖິງວ່າໃຊ້ເວລາເຈລະຈາກັນເກືອບ 1 ປີ ແຕ່ສຸດທ້າຍ ແມນເຊັສເຕີ ຢູໄນເຕັດ ບັນລຸຂໍ້ຕົກລົງຂະຫຍາຍສັນຍາອອກໄປອີກ 5 ປີ ໄດ້ສຳເລັດເຊິ່ງເຫລືອພຽງການປະກາດຢ່າງເປັນທາງການເທົ່ານັ້ນ.