ບຣູໂນ້ ເຟີນັລເດສ ກຽມຮັບໜ້າທີ່ກັບຕັນທີມ ຄົນໃໝ່ຂອງ ແມນຢູ ຫລັງ ແຮລີ່ ແມັກໄກວ ຢືນຢັນເອງວ່າຖືກ ເທນຮາກ ຮິບປອກແຂນ

ຄົງບໍ່ປ່ຽນແປງ ບຣູໂນ້ ເຟີນັລເດສ ດາວເຕະທີມຊາດປອກຕຸຍການມີແນວໂນ້ມທີ່ຈະໄດ້ຮັບການແຕ່ງຕັ້ງເປັນ ກັບຕັນທີມ ຄົນໃຫມ່ຂອງ ແມນເຊັສເຕີ ຢູໄນເຕັດ ຄົນໃໝ່ຢ່າງເປັນທາງການຫລັງຈາກ ແຮລີ່ ແມັກໄກວ ແຈ້ງຂ່າວວ່າຖືກ ເທນຮາກ ປົດອອກຈາກ ຕໍາ​ແໜ່ງດັ່ງກ່າວແລ້ວ​.

ແມັກໄກວ ກອງຫລັງຄ່າໂຕ 80 ລ້ານປອນ ໄດ້ມາຮັບໜ້າທີ່ເປັນກັບຕັນທີມຂອງ ຜີສາດແດງ ໃນຍຸກຂອງ ໂອເລ້ ກູນນາ ໂຊລຊາ ນາຍໃຫຍ່ຊາວນໍເວ. ແຕ່ບໍ່ມີຕຳແໜ່ງໃນທີມຕົວຈິງນັບຕັ້ງແຕ່ ເທນຮາກ ເຂົ້າມາແທນ.

ດັ່ງນັ້ນ, ຈຶ່ງເຊື່ອວ່ານັກເຕະອາຍຸ 30 ປີ ຈະຖືກຂາຍໃນຊ່ວງລະດູຮ້ອນນີ້ເຖິງວ່າຈະມີການປະກາດການສູ້ເພື່ອເອົາຕໍາແຫນ່ງຂອງລາວຄືນມາ. ເມື່ອບໍ່ດົນມານີ້, ວັນທີ 16 ກໍລະກົດ, ໂອກາດດັ່ງກ່າວເບິ່ງຄືວ່າຈະຫລຸດໜ້ອຍຖອຍລົງຫລາຍຂຶ້ນ ຫລັງຈາກທີ່ລາວເປີດເຜີຍວ່າລາວຖືກປົດປົກປອກແຂນໄປແລ້ວ.