ມ້າງກຸ່ມແກ້ງພວກກໍ່ເຫດລັກລົດຈັກ ແລະ ສາຍໄຟ ພ້ອມເກັບກູ້ລົດຈັກຄືນ ມາໄດ້ 10 ຄັນ

ວັນທີ 13 ກໍລະກົດ 2023 ຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານລາຍງານວ່າ: ໃນວັນທີ 29 ມິຖຸນາ 2023 ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ໄດ້ກັກຕົວທ້າວ ເສົານິລັນ ອາຍຸ 19 ປີ, ບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ເຊິ່ງເປັນເປົ້າໝາຍເຄື່ອນ ໄຫວລັກຊັບ; ຜ່ານການສອບສວນ ຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບ (ລັກສາຍໄຟ) ຢູ່ພາຍໃນເທສະບານນະຄອນ, ທາງເຈົ້າໜ້າທີ່ຈຶ່ງ ໄດ້ສອບຂະຫຍາຍຜົນຈົນສາມາດຈັບກຸມຜູ້ຮ່ວມຂະບວນການເພີ່ມເຕີມອີກ 4 ຄົນຄື: ທ້າວ ຕ້ອມ ອາຍຸ 20 ປີ, ທ້າວ ພວງ ອາຍຸ 16 ປີ, ທ້າວ ເທບໄທ ອາຍຸ 25 ປີ, ບ້ານ ໂພນສະຫວ່າງໃຕ້ ນະຄອນໄກ ສອນພົມວິຫານ ແລະ ທ້າວ ສຸກ ອາຍຸ 42 ປີ, ຜ່ານການສອບສວນ-ສືບ ສວນເບື້ອງຕົ້ນພວກກ່ຽວໄດ້ຮັບ ສາລະພາບວ່າ: ໄດ້ພາກັນເຄື່ອນ ໄຫວລັບຊັບແຕ່ຊ່ວງເດືອນ 10 ປີ 2022 ເປັນຕົ້ນມາ ໂດຍຮູບການເຄື່ອນໄຫວແມ່ນຈະນຳໃຊ້ ລົດຈັກ ແລະ ຍ່າງເລາະຕາມເສັ້ນທາງໃນຕົວເມືອງ ແລະ ເຮືອນປະຊາຊົນໃນເວລາກາງຄືນຖ້າໄດ້ໂອກາດຈະລົງມືລັກ ໂດຍນຳ ໃຊ້ອຸປະກອນໃນການຕັດງັດລັກສາຍໄຟ ໂດຍໄດ້ລັກສາຍໄຟຢູ່ຈຸດ ສຳຄັນຕ່າງໆຄື: ລັກສາຍໄຟຢູ່ອະນຸສອນສະຖານປະທານໄກສອນ ພົມວິຫານ, ອະນຸສາວະລີ ທ່ານ ພູນ ສີປະເສີດ, ສາຍໄຟເຍືອງທາງ (ໄຟປະດັບ) ຖະໜົນສັນຕິພາບ (ເສັ້ນສອງເລນ) ເຊິ່ງໄດ້ຕັດເອົາ ສາຍໄຟປະດັບຢູ່ບໍລິເວນຄູຂັ້ນ ກາງທາງບໍລິເວນໜ້າດອນຫໍ (ຂອບເຂດບ້ານໂພນສະຫວ່າງ ໃຕ້) ແຕ່ບໍລິເວນສີ່ແຍກພັດຕະ ຄານດາວຮຸ່ງ 1 ຫາທາງໂຄ້ງເດີ່ນ ຍົນໄລຍະປະມານ 200 ແມັດ, ມ້າງລັກເອົາໜ້າຈໍໂທລະພາບທີ່ ໄວ້ເບິ່ງກ້ອງວົງຈອນປິດ, ກ້ອງ ເກັບຄວາມຈຳຂອງກ້ອງວົງຈອນ ປິດ ແລະ ແອ 2 ໜ່ວຍຢູ່ຫ້ອງບໍລິ ການດູແລສວນສາທາລະນະໜ້າຫ້ອງວ່າການປົກຄອງແຂວງ   ແລະ ລັກສາຍໄຟຕາມເຮືອນ ປະຊາຊົນ ທີ່ບໍ່ມີຄົນຢູ່. ພາຍຫຼັງລັກມາໄດ້ ພວກກ່ຽວ ແມ່ນຈະປອກ ຫຼື ເອົາ ໄຟຈູດສາຍໄຟທີ່ລັກມາ ເພື່ອເອົາ ທອງແດງ ທີ່ຢູ່ດ້ານໃນ ແລ້ວນຳໄປ ຂາຍໃຫ້ຄົນຫວຽດນາມທີ່ຮັບຊື້ເຫຼັກເສດ.

ໃນວັນທີ 15 ມີນາ 2023ຜ່ານມາ, ທາງເຈົ້າໜ້າທີ່ ໜ່ວຍງານສືບສວນ-ສອບສວນ ຄະດີອາຍາກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ມີຄົນຮ້າຍບໍ່ຮູ້ຈຳນວນເຂົ້າມາ ລັກລົດຈັກ ທີ່ຈອດໄວ້ຢູ່ພາຍໃນບໍລິເວນໜ້າເຮືອນ ໄດ້ມີຄົນຮ້າຍມາຕັດກະແຈຮົ້ວເຫຼັກໜ້າເຮືອນ ແລ້ວເຂົ້າມາລັກລົດຈັກຄັນດັ່ງກ່າວໄປ, ພໍມາ ຮອດວັນທີ 18 ມີນາ 2023 ຈິ່ງສາມາດກັກຕົວທ້າວ ລິນດາ ຫຼື ທ້າວ ອາຍຸ 30 ປີ, ຢູ່ບ້ານລາດຊະວົງໄຊ ນະຄອນ ໄກສອນພົມວິຫານ ມາທຳການ ສອບສວນ, ຜ່ານການສອບສວນ ຜູ້ກ່ຽວໄດ້ໃຫ້ການຊັດທອດເຖິງ ໝູ່ທີ່ຮ່ວມເຄື່ອນໄຫວລັກລົດຈັກ ນຳກັນຈຳນວນ 3 ຄົນ, ຕໍ່ມາ ຮອດວັນທີ 12 ເມສາ 2023 ຈິ່ງສາມາດກັກຕົວທ້າວ ຄູນມາ ແລະ ທ້າວ ພັນທະວົງ. ເຊິ່ງພວກກ່ຽວໄດ້ເຄື່ອນໄຫວລັກລົດຈັກເລີ່ມແຕ່ຕົ້ນປີ 2022 ຈົນເຖິງປັດຈຸບັນ, ຊຶ່ງໄດ້ຮ່ວມກັນເຄື່ອນໄຫວປຸ້ນຊັບ ແລະ ລັກຊັບຢູ່ຂອບເຂດເມືອງ ທ່າແຂກ ແຂວງຄຳມ່ວນ, ເມືອງ ອຸທຸມພອນ, ເມືອງໄຊບູລີ, ເມືອງ ຈຳພອນ, ເມືອງທ່າປາງທອງ ແລະນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດຈຳນວນ 38 ຄັ້ງ, ລັກລົດຈັກໄດ້ 41 ຄັນ, ໂດຍໃຊ້ວິທີຂັບຂີ່ລົດຈັກໄປຫາເລາະເຊົ່າເຮືອນພັກ(ຫ້ອງເຊົ່າ) ພໍຮອດເວລາທ່ຽງຄືນ, ພວກກ່ຽວ ກໍພາກັນອອກເຄື່ອນໄຫວ ໂດຍຂັບ ຂີ່ລົດຈັກຊ້ອນກັນອອກໄປຊອກ ຫາລັກ, ຂີ່ລົດຈັກເລາະຕາມເສັ້ນ ທາງໃນຂອບເຂດເທສະບານ. ປັດຈຸບັນ, ທາງເຈົ້າໜ້າທີ່ວິຊາສະເພາະແມ່ນສາມາດເກັບກູ້ ລົດຈັກຄືນມາໄດ້ຈຳນວນ 10 ຄັນ ແລະ ລົດຈັກທີ່ຍັງບໍ່ສາມາດເກັບ ກູ້ມາໄດ້ຈຳນວນ 31 ຄັນ, ຍ້ອນ ວ່າຜູ້ຮັບຊື້ລົດຈັກຈຳນວນດັ່ງ ກ່າວ ແມ່ນເອົາຕົວຫຼົບໜີຈາກການ ດຳເນີນຄະດີຂອງເຈົ້າໜ້າທີ່; ສ່ວນ ຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນໄກ ສອນພົມວິຫານ ແມ່ນຈະໄດ້ສະຫຼຸບ ສົ່ງໃຫ້ເຈົ້າໜ້າທີ່ ປກສ ແຂວງ ສືບຕໍ່ດຳເນີນຄະດີໄປຕາມຂັ້ນ ຕອນຂອງກົດໝາຍຕໍ່ໄປ.