ມື້ດຽວ!! ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມ 300 ກວ່າຄົນ ຫລາຍກວ່າໝູ່ແມ່ນແຂວງອຸດົມໄຊ 2.472 ຄົນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 14 ກໍລະກົດ 2023, ກ່ຽວກັບຈຳນວນຄົນຕິດເຊື້ອພະຍາດໄຂ້ຍຸງລາຍວ່າ: ພຽງມື້ດຽວມີຜູ້ຕິດເຊື້ອເຖິງ 316 ຄົນ, ຕິດເຊື້ອສະສົມທັງໝົດ 10.871 ຄົນ ແລະ ມີຄົນເສຍຊີວິດເຖິງ 6 ຄົນ. ເຊິ່ງໃນນັ້ນແຂວງທີ່ຕິດເຊື້ອຫລາຍກວ່າໝູ່ແມ່ນແຂວງອຸດົມໄຊ 2.472 ຄົນ; ຮອງລົງມາແມ່ນ ຄຳມ່ວນ 1.829 ຄົນ; ຫລວງພະບາງ 965 ຄົນ; ນະຄອນຫລວງ 874 ຄົນ ແລະ ແຂວງອື່ນໆອີກ.

ເພື່ອປ້ອງກັນໄຂ້ຍຸງລາຍບໍ່ໃຫ້ມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ ຮຽກຮ້ອງໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫລ່ງເພາະພັນຫນອນນໍ້າ ຫລື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ປະຕິບັດມາດຕະການ 5 ປ ຢ່າງເຂັ້ມງວດ.