ເນື້ອໃນ ພົ້ນເດັ່ນລັດຖະບານຈະສືບຕໍ່ປະຕິບັດໃນໄລຍະ 6 ເດືອນທ້າຍປີ 2023

ວັນທີ 11 ກໍລະກົດ 2023 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຜົນສໍາເລັດ ການພິຈາລະນາວຽກງານ ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ລະຫວ່າງ ວັນທີ 26 ມິຖຸນາ 2023 ຫາ 18 ກໍລະກົດ 2023 ເຊິ່ງແມ່ນຈິດໃຈຄວາມເປັນຫ່ວງເປັນໄຍ ຂອງສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ທີ່ໄດ້ມອບໃຫ້ລັດຖະບານນຳເອົາຄຳເຫັນດັ່ງກ່າວ ເປັນຂໍ້ມູນໃນການຄົ້ນຄວ້າ, ປັບປຸງ-ແກ້ໄຂ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເຮັດໃຫ້ເກີດໝາກຜົນສູງສຸດ ແກ່ປະເທດຊາດ ກໍຄືປະຊາຊົນບັນດາເຜົ່າ.
ໂດຍສະເພາະຕໍ່ຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ລັດຖະບານ ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດກັ່ງກ່າວ ແລະ ທ່ານ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄວາມເຫັນຕໍ່ການລາຍງານຂອງລັດຖະບານ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ເອົາໃຈໃສ່ປະກອບຄວາມເຫັນ ດ້ວຍບັນຍາກາດທີ່ຟົດຟື້ນ.
ໂດຍທ່ານ ສົມມາດ ພົລເສນາ ໂດຍຍົກໃຫ້ເຫັນບາງເນື້ອໃນທີ່ພົ້ນເດັ່ນດັ່ງນີ້:
- ໃນໄລຍະ 2 ປີ ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງບັນດາອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ກໍຄືປະຊາຊົນບັນດາເຜົ່າ ເຮັດໃຫ້ວຽກງານຕ່າງໆໄດ້ຮັບການປັບປຸງນັບມື້ດີຂຶ້ນ. ແຕ່ເຖິງແນວໃດກໍຕາມ ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່ນັ້ນ ຍັງມີຫຼາຍດ້ານທີ່ລັດຖະບານຈະຕ້ອງໄດ້ເພີ່ມທະວີການຊີ້ນໍາ ແລະ ຄຸ້ມຄອງໃຫ້ມີໝາກຜົນສູງຂຶ້ນຕື່ມ ເປັນຕົ້ນການປະຕິບັດ 3 ຫຼັກການ (ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ) ຂອງວາລະແຫ່ງຊາດໃຫ້ເປັນຮູບປະທໍາ; ເກັບລາຍຮັບໃຫ້ໄດ້ຄົບຖ້ວນຕາມທ່າແຮງບົ່ມຊ້ອນທີ່ເຮົາມີ; ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເພື່ອສົ່ງອອກ; ການຕ້ານການຮົ່ວໄຫຼ ແລະ ວຽກງານອື່ນໆ.
- ການຈັດຕັ້ງປະຕິບັດ ນະໂຍບາຍປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ເປັນວຽກງານທີ່ມີຄວາມສໍາຄັນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ສະພາແຫ່ງຊາດຈຶ່ງໄດ້ສະເໜີລັດຖະບານ ເພີ່ມທະວີການໂຄສະນາເຜີຍແຜ່ນະໂຍບາຍປະຢັດໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້-ເຂົ້າໃຈຄວາມສໍາຄັນ ແລະ ຄວາມຈໍາເປັນໃນການປະຢັດມັດທະຍັດ ໃນໄລຍະທີ່ປະເທດຍັງມີພາລະຊໍາລະໜີ້ສິນອັນໜັກໜ່ວງ; ປຸກລະດົມທົ່ວສັງຄົມໃຫ້ມີນໍ້າໃຈປະຢັດການໃຊ້ຈ່າຍ ໃນການດໍາລົງຊີວິດ, ການຈັດງານປະເພນີຕ່າງໆ ບົນພື້ນຖານການປະຢັດມັດທະຍັດ.
- ການສ້າງສະຖຽນລະພາບດ້ານເງິນຕາ ເປັນວຽກງານຈຸດສຸມໜຶ່ງຂອງວາລະແຫ່ງຊາດ ແຕ່ປະສິດທິຜົນໃນການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ, ປະຊາຊົນສ່ວນຫຼາຍ ຍັງມີຄວາມເປັນຫ່ວງເປັນໄຍຫຼາຍ ເພາະຕິດພັນກັບລາຄາສິນຄ້າ, ຄ່າຄອງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສະພາແຫ່ງຊາດຈຶ່ງໄດ້ສະເໜີໃຫ້ລັດຖະບານ ມີນະໂຍບາຍໄລຍະສັ້ນ-ກາງ-ຍາວ, ນໍາໃຊ້ທຸກມາດຕະການ ແຕ່ເບົາ ຫາ ໜັກ, ມາດຕະການທາງດ້ານກົດໝາຍທີ່ເດັດຂາດ, ເຂັ້ມງວດ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດ, ຫັນຈາກສັງຄົມຜູ້ບໍລິໂພກ ໄປສູ່ສັງຄົມຜູ້ຜະລິດ, ຫຼຸດຜ່ອນການນຳເຂົ້າ ເຮັດໃຫ້ເງິນກີບແຂງຄ່າ, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ. ການເຮັດທົດລອງຂຸດຄົ້ນແຮ່ທາດ ເຖິງວ່າເປັນທ່າແຮງດ້ານເສດຖະກິດ ແຕ່ເຮົາຄວນມີການຮັກສາແຮ່ທາດທີ່ມີຄຸນຄ່າ, ແຮ່ຫາຍາກ ແລະ ມີລາຄາສູງ ຄວນມີການສະຫງວນເກັບຮັກສາໄວ້ໃຫ້ລູກຫຼານຄົນລຸ້ນຕໍ່ໄປໄດ້ນໍາໃຊ້.
- ສືບຕໍ່ເອົາໃຈໃສ່ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີຄວາມເຂັ້ມງວດ, ສຸມໃສ່ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຕິດພັນກັບການແກ້ໄຂບັນຫາສັງຄົມ ແລະ ການບໍລິຫານລັດ ເປັນຕົ້ນການກຳນົດໂກຕ້າພະນັກງານ ຮັບປະກັນການກໍ່ສ້າງພະນັກງານສືບທອດຂອງລັດໃນອະນາຄົດ.

