ບາເຍີນ ມິວນິກ ກຽມຍື່ນຂໍ້ສະເໜີໃໝ່ ຊື້ ແຮ່ລີ ເຄນ 70 ລ້ານປອນ

ບາເຢິນ ມິວນິກ ກຽມຈະຍື່ນຂໍ້ສະເໜີໃໝ່ດ້ວຍລາຄາ 70 ລ້ານປອນໃຫ້ກັບ ທັອດແນມ ຮັອດສະເປີ ພິຈາລະນາຂໍຊື້ ແຮ່ລີ ເຄນ, ມາຮ່ວມທັບອີງຕາມໜັງສືພິມ Daily Mail.

ກ່ອນໜ້ານີ້ທາງ ເສືອໃຕ້ ເຄີຍສະແດງຄວາມສົນໃຈຢາກໄດ້ ກອງໜ້າທີມຊາດອັງກິດ ແລະ ໄດ້ສະເຫນີ 55 ລ້ານປອນແລ້ວ ແຕ່ຖືກປະຕິເສດເພາະວ່າຍັງບໍ່ທັນບັນລຸລາຄາທີ່ພວກເຂົາຄາດໄວ້.

ທັ້ງນີ້ ເຄນ ຍັງເຫລືອສັນຍາກັບ ສະເປີ ອີກ 1 ປີ ກ່ອນທີ່ເຂົາຈະຍ້າຍອອກໄປໄດ້ແບບບໍ່ເສຍຄ່າໂຕໃນປີ 2024 ເຊິ່ງເຮັດໃຫ້ຫລາຍຄົນຄາດວ່າ ສະເປີ ຈະຢາກຂາຍເຂົາໃນຊ່ວງຊຳເມີນີ້. ກ່ອນ​ທີ່​ຈະ​ສ່ຽງ​ຕໍ່​ການ​ສູນ​ເສຍ​ເຂົາ​ໄປແບບ​ຟຣີໆ​ ເມື່ອຈົບລະດູການໜ້າ.