ປິດສາກ 12 ປີ ເດ ເກອາ ໂພສ ອຳລາ ແມນເຊັສເຕີ ຢູໄນເຕັດ

ດາວິດ ເດ ເກອາ ໂພສຜ່ານອິນສະຕາແກຣມ ປະກາດອຳລາ ແມນເຊັສເຕີ ຢູໄນເຕັດ ຫລັງຈາກທີ່ບໍ່ສາມາດຕົກລົງສັນຍາສະບັບໃໝ່ໄດ້.

ສັນຍາຂອງຜູ້ຮັກສາປະຕູຊາວສະເປນກັບ ຜີສາດແດງ ໝົດລົງໃນວັນທີ 30 ມິຖຸນານີ້. ເຖິງວ່າກ່ອນໜ້ານີ້ທັງສອງຝ່າຍໄດ້ຕົກລົງສັນຍາສະບັບໃໝ່ເບື້ອງຕົ້ນ ເຊິ່ງໄດ້ຫລຸດຄ່າຈ້າງລົງຈຳນວນໜຶ່ງ ແຕ່ ແມນເຊັສເຕີ ຢູໄນເຕັດ ຕັດສິນໃຈປັບປ່ຽນສັນຍາຮອບໃໝ່. ​ເຮັດ​ໃຫ້​ການ​ເຈລະຈາ​ຢຸດ​ສະ​ງັກ ແລະ​ ຍືດ​ເຍື້ອ​ມາ​ຮອດ​ປະ​ຈຸ​ບັນ.

ຈົນຫລ້າສຸດ ເດ ເກອາ ໂພສລົງ ອິນສະຕາແກຣມ ອຳລາ ແມນເຊັສເຕີ ຢູໄນເຕັດ ເປັນທີ່ຮຽບຮ້ອຍ ປິກສາດ 12 ປີກັບສະໂມສອນ ດ້ວຍສະຖິຕິລົງສະໜາມ 545 ນັດ, ບໍ່ເສຍປະຕູ 190 ນັດ, ນັກເຕະດີເດັ່ນຂອງສະໂມສອນ 4 ສະໄໝ ແລະ ຖົງມືທອງຄຳ 2 ສະໄໝໃນພຣີເມຍລີກ.