ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 5 ກໍລະກົດ, ໜ່ວຍງານ ພິເສດ ຝ່າຍຄວບຄຸມ ອຸດສາຫະກຳ ນໍ້າມັນ ແລະ ແກັສທຳມະຊາດ ຂອງ ອິນໂດເນເຊຍ (SKK Migas) ລະບຸວ່າ: ອິນໂດເນເຊຍ ຈະເປີດດຳເນີນງານ ບໍ່ນໍ້າມັນ ແລະ ແກັສທຳມະຊາດ ຢ່າງໜ້ອຍ 9 ແຫ່ງ ໃນປີ 2023 ເພື່ອສົ່ງເສີມ ການຜະລິດ ພະລັງງານ. ໃນນັ້ນ ພື້ນທີ່ 3 ແຫ່ງ ຈາກ 9 ແຫ່ງດັ່ງກ່າວ ໄດ້ແກ່ ແຫລ່ງແກັສທຳມະຊາດ ຈັມບາຣັນ, ຕິອຸງ ແລະ ບີຣູ ໃນເມືອງ ໂບໂຈເນໂກໂຣ ຂອງ ແຂວງຊວາ ທາງພາກ ຕາເວັນອອກ, ໂຄງການແກັສແຫລວ ຕັງກູ ເທຣນ 3 ໃນເມືອງ ເຕີລຸກ ບິນຕູນີ່ ຂອງ ແຂວງ ປາປົວ ທາງຕາເວັນຕົກ ແລະ ແຫລ່ງນໍ້າມັນ ຟໍເຣລ ໃນເກາະບິນຕັນ ຂອງ ແຂວງໝູ່ເກາະ ຣີເຍົາ. ແຫລ່ງແກັສ ຈັມບາຣັນ ຕິອຸງ ບີຣູ ຈະເລົ່ມເຂົ້າສູ່ ການຜະລິດ ຢ່າງເຕັມຮູບແບບ 100% ໃນເດືອນກໍລະກົດນີ້.