ແມນຢູ ຍັງບໍ່ໃຫ້ ກຣີນວູດ ຮ່ວມຊ້ອມ ກັບທີມໃນຊ່ວງພັກກ່ອນລະດູການ

ແມນເຊັສເຕີ ຢູໄນເຕັດ ຈະຍັງບໍ່ອະນຸຍາດໃຫ້ ເມສັນ ກຣີນວູດ ເຂົ້າຮ່ວມການຝຶກຊ້ອມກ່ອນລະດູການ 2023/24 ໂດຍກອງໜ້າໄວ 21 ປີ ບໍ່ໄດ້ລົງຫລິ້ນໃຫ້ກັບ ຜີສາດແດງ ຕັ້ງແຕ່ເດືອນມັງກອນ ປີ 2022 ແລະ ຖືກພັກວຽກຊົ່ວຄາວຈາກຂໍ້ຫາທຳຮ້າຍອະດີດແຟນ.
ເຊິ່ງຫລັງຈາກທີ່ ກຣີນວູດ ໄດ້ພົ້ນຈາກຂໍ້ກ່າວຫາໃນເດືອນກຸມພາຜ່ານມາ ກຣີນວູດ ກໍ່ໄດ້ມີການຝຶກຊ້ອມກັບຄູຝຶກສ່ວນຕົວ. ຢູ່ທີ່ສູນກິລາສາທາລະນະແຫ່ງໜຶ່ງ ແຕ່ກໍ່ຍັງບໍ່ໄດ້ກັບຄືນໄປເປັນສ່ວນຫນຶ່ງຂອງທີມຊູດໃຫຍ່ແມນຢູ.
ແລະ ຄາດວ່າ ເມສັນ ກຣີນວູດ ຈະມີການຕັດສິນໃຈຢ່າງລະມັດລະວັງຫລັງຈາກນີ້. ກັບອະນາຄົດຂອງລາວຢູ່ທີ່ ແມນເຊັສເຕີ ຢູໄນເຕັດ ກ່ອນທີ່ຈະເປີດລະດູການໃໝ່ຂອງ ພຣີເມຍລີກ. ໂດຍປັດຈຸບັນ ລາວຍັງມີສັນຍາກັບທີມຈົນຮອດປີ 2025.

