ລົດໂດຍສານຕົກເຫວໃນແມັກຊິໂກ ມີຜູ້ເສຍຊີວິດ 29 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 6 ກໍລະກົດ 2023 ນີ້, ເກີດອຸບັດເຫດ ລົດໂດຍສານເສຍຫລັກ ຕົກລົງເຫວ ໃນແມັກຊິໂກ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 29 ຄົນ ແລະ ບາດເຈັບອີກ 17 ຄົນ ສ່ວນສາເຫດ ໃນເບື້ອງຕົ້ນ ຄາດວ່າ ເຄື່ອງຈັກເກີດມີບັນຫາຫລັງຈາກເດີນທາງອອກຈາກ ນະຄອນຫລວງ ເເມັກຊິໂກ ມຸ່ງໜ້າໄປ ເມືອງຊັນຕິອາໂກເດ ໂຍຊອນດູອາ ເທິງເສັ້ນທາງ ທີ່ລັດເລາະ ໄປເທິງພູສູງຊັນ ແລະ ເຫວເລິກ ຫລາຍກວ່າ 25 ແມັດ.

