ສສຊ ແຂວງອຸດົມໄຊ ສະເໜີໃຫ້ສືບສວນ-ສອບສວນຢ່າງເຂັ້ມງວດ ເພາະການຄ້າຂາຍເຖື່ອນ, ການລັກລອບພາສີຢູ່ ສປປ ລາວ ຍັງມີຫລາຍ

ທ່ານ ພັນໂທ ສອນວິໄລ ຕຸລາທອງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ປະກອບຄໍາເຫັນກ່ຽວກັບບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຢູ່ໃນມາດຕາ 40 ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ກໍລະກົດ 2023 ວ່າ: ໄລຍະຜ່ານມາເຫັນວ່າອົງການໄອຍະການປະຊາຊົນໄດ້ເອົາໃຈໃສ່ຕິດຕາມກວດກາການເຄື່ອນໄຫວປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນໄດ້ດີພໍສົມຄວນ. ແຕ່ຜ່ານການຕິດຕາມກວດກາຕົວຈິງ ຍັງເຫັນວ່າທາງອົງການໄອຍະການປະຊາຊົນສ່ວນຫລວງຫລາຍ ແມ່ນຕິດຕາມກວດກາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫລວດເທົ່ານັ້ນ. ສ່ວນອົງການສືບສວນ-ສອບສວນອື່ນເຊັ່ນ: ອົງການສືບສວນ-ສອບສວນເຈົ້າໜ້າທີ່ປ່າໄມ້, ເຈົ້າໜ້າທີ່ພາສີ ສ່ວນຫລາຍຍັງບໍ່ໄດ້ຮັບການຕິດຕາມກວດກາ, ສະພາບການທຳລາຍປ່າໄມ້, ການທຳລາຍສັດນໍ້າ-ສັດປ່າ, ການຄ້າຂາຍເຖື່ອນ, ການລັກລອບພາສີຢູ່ ສປປ ລາວ ຍັງມີຫລາຍ, ແຕ່ອົງການທີ່ກ່ຽວຂ້ອງເຫລົ່ານັ້ນ ຍັງບໍ່ໄດ້ຮັບການແກ້ໄຂ.

ປັດຈຸບັນສະພາບລົດເຖື່ອນ, ສິນຄ້າເຖື່ອນມີຢ່າງຫລວງຫລາຍ ເຊິ່ງເປັນການທຳລາຍພື້ນຖານເສດຖະກິດ ເຮັດໃຫ້ເສດຖະກິດຂອງພັກ-ລັດ ພົບກັບບັນຫາຄືປັດຈຸບັນ. ອີກບັນຫາໜຶ່ງ, ແມ່ນກໍລະນີກະທຳຜິດເຊິ່ງໜ້າ ແລະ ຮີບດ່ວນ ເຊິ່ງເຈົ້າໜ້າທີ່ໄດ້ຮູ້ໄດ້ເຫັນ ແລະ ມີຂໍ້ມູນ, ມີຫລັກຖານຮັດກຸມໜັກແໜ້ນຄັກແນ່ວ່າ ເປົ້າໝາຍໄດ້ເອົາເຄື່ອງຂອງກາງຄະດີ ຫລື ສິ່ງທີ່ຜິດກົດໝາຍມາຊຸກເຊື່ອງໄວ້, ແຕ່ກໍບໍ່ມາມາດດຳເນີນການກວດຄົ້ນໄດ້ທັນທີ ຍ້ອນວ່າຈໍາເປັນຕ້ອງມີຄຳສັ່ງກວດຄົ້ນຈາກອົງ ການໄອຍະການ ຫລື ສານປະຊາຊົນ, ແຕ່ວ່າສະຖານທີ່ນັ້ນ, ເມືອງນັ້ນ, ພັດບໍ່ມີໄອຍະການປະຈໍາຢູ່ ເຮັດໃຫ້ດຳເນີນການກວດຄົ້ນໄດ້ຍາກ., ເຮັດໃຫ້ ເປົ້າໝາຍເອົາເຄື່ອງຂອງກາງ ຫລື ສິ່ງທີ່ຜິດກົດໝາຍ ຫຼົບໜີໄປທາງອື່ນ ຫລື ທໍາລາຍ. ກ່ຽວກັບຂອງກາງຄະດີໃນກົດໝາຍກໍໄດ້ເວົ້າວ່າ: ພາຍຫລັງເຈົ້າໜ້າທີ່ສືບສວນ–ສອບສວນສໍາເລັດ ຫລື ສຳເລັດການດຳເນີນຄະດີຂັ້ນເຈົ້າ ໜ້າທີ່ຕໍາຫລວດແລ້ວ ຕ້ອງໄດ້ສົ່ງຂອງກາງໃຫ້ປະຊາຊົນ. ແຕ່ວ່າຜ່ານມາສ່ວນຫລາຍສົ່ງແຕ່ສຳນວນຄະດີ ແລະ ຂອງກາງທີ່ເປັນເງິນ, ເປັນຄໍາ, ແຕ່ວ່າຂອງກາງທີ່ເປັນສິ່ງເສບຕິດ, ເປັນວັດຖຸ, ລະເບີດຕ່າງໆບໍ່ໄດ້ສົ່ງຄືນ ເຮັດໃຫ້ການຄຸ້ມຄອງ,ປົກປັກຮັກສາກ ມີຄວາມຫຍຸ້ງຍາກຫລາຍເປັນຕົ້ນແມ່ນພາຫະນະ, ສະຖານທີ່ເກັບມ້ຽນບ່ອນປົກປັກຮັກສາກໍບໍ່ຮັບປະກັນ ຈຶ່ງເຮັດໃຫ້ຄຸນຄ່າຂອງກາງຄະດີເສຍຫາຍໄປໃນຕົວ.

ສະນັ້ນ, ສະເໝີມາຍັງອົງການກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ໃນການຕິດຕາມກວດກາການເຄື່ອນໄຫວອົງການສືບສວນ-ສອບສວນຢູ່ແຕ່ລະເມືອງໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ.