ຮ່ວມທີມ ໂຣນັລໂດ້ “ມາເຊໂລ ໂບໂຊວິກ” ຍ້າຍຮ່ວມທີມ ອັລ-ນາສເຊີ

ອັລ-ນາສເຊີ ທີມດັງແຫ່ງຊາອຸ ໂປຣ ລີກ ປະກາດຄວ້າໂຕ ມາເຊໂລ ໂບໂຊວິກ ກອງກາງຂອງ ອິນເຕີ ມິລານ ມາຮ່ວມທີມຮຽບຮ້ອຍແລ້ວໃນສັນຍາ 3 ປີ.

ດາວເຕະທີມຊາດໂຄຣເອເຊຍ ໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນໃນເອີຣົບ. ແຕ່ລາວໄດ້ຕັດສິນໃຈເລືອກຍ້າຍໄປຫາສິ່ງທ້າທາຍໃຫມ່ໃນ ຊາອຸດິ ອາຣາເບຍ ແລະ ຈະໄດ້ຮ່ວມທີມກັບດາວດັງທີ່ມີຊື່ສຽງເຊັ່ນ ຄຣິສເຕຍໂຮ ໂຣນັລໂດ້.

ຂະນະທີ່ລາຍລະອຽດຂອງຂໍ້ຕົກລົງນັ້ນ, ອິນເຕີ ມິລານ ຈະໄດ້ຮັບຄ່າຈ້າງ 18 ລ້ານເອີໂຣ, ໃນຂະນະທີ່ ໂບໂຊວິກ ຈະໄດ້ຮັບຄ່າຈ້າງ ແລະ ເຊັນສັນຍາລວມຫລາຍກ່ວາ 100 ລ້ານເອີໂຣ ໃນໄລຍະສາມປີ.