ກຣີນວູດ ປັບສະພາບກຽມຄວາມພ້ອມ ກັບມາລົງໜາມ ຫລັງຕົກເປັນຂ່າວຍ້າຍ ໄປຮ່ວມທີມ ໂຣມ່າ ແບບຢືມໂຕ

ກອງໜ້າໄວ 21 ປີ ບໍ່ໄດ້ລົງຫລິ້ນໃຫ້ກັບ ຜີສາດແດງ ຕັ້ງແຕ່ເດືອນມັງກອນ ປີ 2022 ຫລັງຈາກມີຄະດີວ່າພະຍາຍາມຂົ່ມຂືນ, ພະຍາຍາມທຳຮ້າຍຮ່າງກາຍ. ແລະ ພຶດຕິກໍາການບີບບັງຄັບແຟນຂອງຕົນເອງ ກ່ອນທີ່ຂໍ້ກ່າວຫາທັງໝົດຈະຖືກຖອນຟ້ອງໄປໃນເດືອນກຸມພາທີ່ຜ່ານມາ.
ຢ່າງໃດກໍຕາມ, ກຣີນວູດ ຍັງບໍ່ໄດ້ກັບຄືນສູ່ຜີສາດແດງ ເຖິງແມ່ນວ່າຈະພົ້ນຈາກການກ່າວຫາທັງຫມົດ.
ມີແນວໂນ້ມວ່າ ເອຣິກ ເທນຮາກ ບໍ່ຕ້ອງການຂາຍນັກເຕະອອກຈາກທີມ. ແຕ່ອາດເລືອກທີ່ຈະປ່ອຍຢືມຕົວໃນລະດູຮ້ອນນີ້, ໂດຍມີ ໂຈເຊ ມູຣິນໂຢ ຈັບຕາເບິ່ງຢ່າງໃກ້ຊິດ.
ຮູບພາບຫລ້າສຸດຈາກ The Sun, ກຣີນວູດ ທີ່ລົງຝຶກກັບຄູຝຶກສອນສ່ວນໂຕເພື່ອກະກຽມຮ່າງກາຍ. ໄດ້ຕັດຜົມ ແລະ ປ່ຽນໂສມໃໝ່ ເປັນສັນຍານວ່າລາວອາດຈະກັບຄືນສູ່ສະຫນາມໃນໄວໆນີ້.

