ລັດຖະບານ ກຳນົດຍຸດທະສາດ ຄຸ້ມຄອງນຳໃຊ້ນ້ຳ ແລະ ຊັບພະຍາກອນນໍ້າ ເພື່ອການພັດທະນາແບບຍືນຍົງ ພ້ອມທັງຫລຸດຜ່ອນຜົນເສຍຫາຍຈາກນໍ້າ

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເວດລ້ອມ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ກໍລະກົດ 2023 ນີ້ວ່າ: ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງຍຸດທະສາດສະບັບນີ້, ເນື່ອງຈາກວ່າ ນໍ້າ ແລະ ຊັບພະຍາກອນນໍ້າ ມີຄວາມສໍາຄັນ ແລະ ຈໍາເປັນ ຕໍ່ສິ່ງທີ່ມີຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ. ຮ່າງຍຸດທະສາດສະບັບນີ້, ປະກອບມີ IV ພາກ ໂດຍໄດ້ກໍານົດແຜນດໍາເນີນງານປີ 2021-2025 ປະກອບມີ 8 ແຜນດໍາເນີນງານ, 15 ເປົ້າໝາຍ, 27 ວຽກຈຸດສຸມ ແລະ 85 ກິດຈະກໍາ ເປັນຕົ້ນ, ການຄຸ້ມຄອງອ່າງຮັບນໍ້າແບບເຊື່ອມສານ; ການຄຸ້ມຄອງລະບົບຂໍ້ມູນ ຂ່າວສານນໍ້າ ແລະ ຊັບພະຍາກອນນໍ້າ; ການປົກປັກຮັກສາ ແລະ ຟື້ນຟູນໍ້າ ແລະ ຊັບພະຍາ ກອນນໍ້າ; ການຄຸ້ມຄອງນໍ້າໃຕ້ດິນ; ການພັດທະນາໂຄງລ່າງພື້ນຖານ ທີ່ຕິດພັນກັບການນໍາໃຊ້ນໍ້າ; ການສ້າງກົນໄກທາງດ້ານການເງິນ; ການພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືກັບສາກົນ.

ພາຍຫລັງຍຸດທະສາດການຄຸ້ມຄອງ, ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ໄດ້ຜ່ານຮັບການຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະເຮັດໃຫ້ບັນລຸຫລາຍຈຸດປະສົງຄາດໝາຍ ເປັນຕົ້ນ ເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ແຜນ 5 ປີ 2021-2025 ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນການຜັນຂະຫຍາຍກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ສະບັບປັບປຸງ ປີ 2017 ລວມທັງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຈັດສັນທີ່ດິນ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງທ້ອງຖິ່ນ; ມີຄວາມເປັນເອກະພາບ ແລະ ມີຄວາມເຂົ້າໃຈ ຮ່ວມກັນລະຫວ່າງ ບັນ ດາຂະແໜງການ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງ, ການບໍລິຫານນໍ້າ ແລະ ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ແບບເຊື່ອມສານ ທັງຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາຊັບ ພະຍາກອນນໍ້າ ເພື່ອໃຫ້ມີຄວາອຸດົມສົມບູນຂອງລະບົບນິເວດວິທະຍາ ໂດຍຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ; ມີກົນໄກການຄຸ້ມຄອງ ແລະ ການມີສ່ວນຮ່ວມໃນຄຸ້ມຄອງ ນໍ້າ ແລະ ຊັບພະຍາກອນນໍ້າ, ທັງຮັບປະກັນການມີສ່ວນຮ່ວມໃນການ ຄຸ້ມຄອງອ່າງຮັບນໍ້າໃຫ້ຫລາຍຂຶ້ນ ລວມທັງການຄຸ້ມຄອງ, ການບໍລິຫານ, ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດ ທິພາບສູງ ເພື່ອຕອບສະໜອງຕໍ່ກັບການພັດທະນານໍ້າ ແລະ ຊັບພະຍາກອນນໍ້າ ຂອງບັນດາຂະແໜງ ການ. ພ້ອມນັ້ນ ລັດຖະບານ ຍັງມີການວາງແຜນການ, ການຕິດຕາມກວດກາ ແລະ ແຈ້ງເຕືອນໄພລ່ວງໜ້າ ເພື່ອຮັບປະກັນການຄຸ້ມຄອງຂໍ້ມູນຂ່າວສານ ດ້ານຊັບພະຍາກອນນໍ້າ ຢ່າງເປັນລະບົບ; ສາ ມາດຄຸ້ມຄອງ ແລະ ຫລຸດຜ່ອນຜົນກະທົບ ທີ່ເກີດຂຶ້ນຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂດຍປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ,  ປົກປັກຮັກສາ ແລະ ຟື້ນຟູນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ມີຄຸນນະພາບທີ່ດີ ແລະ ມີຄວາມຫລາກຫລາຍ ແລະ ສົມດຸນທາງດ້ານລະບົບນິເວດວິທະຍາ, ປ່າ ໄມ້, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄວບຄຸມມົນລະພິດ ທີ່ຕິດພັນກັບການຄຸ້ມຄອງຊັບ ພະຍາກອນນໍ້າ.

ລັດຖະບານ ກໍຄື ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເວດລ້ອມ ໄດ້ສ້າງຮ່າງແຜນຍຸດທະສາດການຄຸ້ມຄອງ, ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030. ການສ້າງຍຸດທະສາດ ດັ່ງກ່າວ, ໄດ້ປະຕິບັດຕາມຂັ້ນຕອນ, ມີການຄົ້ນຄວ້າ, ມີການທາບທາມ ຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຫລາຍຄັ້ງ ລວມທັງອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຢ່າງກວ້າງຂວາງ. ພ້້ອມທັງ ໄດ້ຜ່ານການເຫັນດີຈາກລັດຖະບານ; ພາຍຫລັງຮ່າງຍຸດທະສາດນີ້ ໄດ້ຖືກຮັບຮອງຈາກສະພາແລ້ວ ຈະເປັນບ່ອນອີງ ໃນການຄຸ້ມຄອງ, ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຕາມຫລັກການຄຸ້ມຄອງແບບເຊື່ອມສານ ເພື່ອຮັບປະ ກັນໃຫ້ມີຄຸນນະພາບດີ ແລະ ປະລິມານທີ່ພຽງພໍ ເພື່ອຕອບສະໜອງໃຫ້ແກ່ການອຸປະໂພກ-ບໍລິໂພກ ແລະ ການພັດທະນາແບບຍືນຍົງ ພ້ອມທັງຫລຸດຜ່ອນຜົນເສຍຫາຍຈາກນໍ້າ.