ປະທານປະເທດ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຈາກບັນດາທູດທີ່ຖືກແຕ່ງຕັ້ງ 5 ປະເທດ ເພື່ອດໍາ ລົງຕໍາແໜ່ງການທູດ ປະຈໍາ ສປປ ລາວ

ໃນວັນທີ 30 ມິຖຸນາ 2023 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຈາກບັນດາທູດແຕ່ງຕັ້ງ 5 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ດັ່ງນີ້:
- ທ່ານ ນາງ ຟຣໍເຣັນ ເບີກີ້ ອາກໍນໍ (Florence Buerki Akonor) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ການາ ປະຈໍາ ສປປ ລາວ ຄົນໃໝ່. (ໂດຍມີສໍານັກງານຕັ້ງຢູ່ ກົວລາລຳເປີ, ມາເລເຊຍ);
- ທ່ານ ນາງ ເບັດຕີ້ ໂອເຢລາ ບີກົມ (Betty Oyella Bigombe) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອູການດາ ປະຈໍາ ສປປ ລາວ ຄົນໃໝ່. (ໂດຍມີສໍານັກງານຕັ້ງຢູ່ ກົວລາລຳເປີ, ມາເລເຊຍ);
- ທ່ານ ອາວກູສໂຕ ໂມເຣຢີ ຊາລກາໂດ (Augusto Morelli Salgado) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເປຣູ ປະຈໍາ ສປປ ລາວ ຄົນໃໝ່. (ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ);
- ທ່ານ ຈາໂຣສລາຟ ໂອກທ (Jaroslav Auxt) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະໂລວັກ ປະຈໍາ ສປປ ລາວ ຄົນໃໝ່. (ໂດຍມີສໍານັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ);
- ທ່ານ ກາຣາບີໂຕ ເຊກູຣາ ບຣີອູນນີ (Briunny GARABITO SEGURA) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ໂດມີນີກັນ ປະຈຳ ສປປ ລາວ ຄົນໃໝ່. (ໂດຍມີສໍານັກງານຕັ້ງຢູ່ ປັກກິ່ງ ສປ ຈີນ).
ໂອກາດນີ້, ທ່ານປະທານປະເທດ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າ ໃນໄລຍະທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ບັນດາທ່ານທູດຈະເປັນຂົວຕໍ່ ປະສານງານເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ຊຶ່ງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເພື່ອໃຫ້ບັນດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ. ພ້ອມນີ້ກໍໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມຊຶ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງຈົນເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນໃຫ້ຫລາຍຂຶ້ນ, ທັງນີ້ ກໍເພື່ອເປັນພື້ນຖານ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນນຳກັນ ຫລື ໃນຂະແໜງການຮ່ວມມືດ້ານຕ່າງໆທີ່ສອງຝ່າຍມີ ທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ.
ນອກນີ້, ທ່ານປະທານປະເທດກໍຂອບໃຈຕໍ່ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອຂອງບັນດາປະເທດເພື່ອນມິດ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບວ່າ: ສປປ ລາວ ກໍາລັງກະກຽມຈະເປັນປະທານອາຊຽນ ໃນປີ 2024 ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ແລະ ການຮ່ວມມືຈາກບັນດາທູດທັງໝົດ ເພື່ອເຮັດໃຫ້ການເປັນປະທານອາຊຽນໃນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.
ຂະນະດຽວກັນ, ບັນດາທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະ ພາບອັນດີງາມ ແລະ ການຮ່ວມມືຢ່າງມີໝາກຜົນ ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ.

