ປກສ ເມືອງຕົ້ນເຜິ້ງ ກັກຕົວຜູ້ລັກລອບຂົນສົ່ງ ຢາບ້າ 2 ຄົນ ພ້ອມຢຶດຂອງກາງ 2.800.000 ເມັດ ໃນຂະນະກຳລັງຂົນຂ້າມຝັງນໍ້າຂອງ

ເວລາປະມານ 23:00 ໂມງ ຂອງວັນທີ 29 ມິຖຸນາ 2023 ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ຢຶດຢາເສບຕິດປະເພດຢາບ້າຈຳນວນ 14 ເປົາ, ມີ 1.400 ມັດ, ເທົ່າກັບ 2.800.000 ເມັດ. ໃນຂະນະທີ່ກຳລັງຂົນຂຶ້ນຝັງນໍ້າຂອງ ພ້ອມທັງກັກຕົວຜູ້ຖືກຫາໄດ້ 2 ຄົນ.

ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫລວດວິຊາສະເພາະ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ສົມທົບກັບກອງກໍ່ສ້າງຮາກຖານ 198 ໄດ້ອອກກວດກາລາດຕະເວນຕາມລໍາແມ່ນໍ້າຂອງເຂດບ້ານສີບຸນເຮືອງ-ບ້ານມອມ, ພໍຮອດເຂດບ້ານມ່ວງຄຳ ໄດ້ພົບເຫັນກຸ່ມຄົນຂີ່ເຮືອກາບນ້ອຍຂ້າມນໍ້າຂອງຈາກປະເທດມຽນມາເຂົ້າມາຟັງລາວ ແລ້ວຈອດຢູ່ທ່າເຮືອບ້ານມ່ວງຄໍາ, ຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມແລ້ວພົບເຫັນກຸ່ມຄົນດັ່ງກ່າວກໍາລັງຂົນຢາເສບຕິດຂື້ນຈາກທ່າເຮືອດັ່ງກ່າວ, ຈຶ່ງໄດ້ເຂົ້າຈັບກຸມ ແຕ່ຜູ້ກະທຳຜິດໄດ້ເອົາຕົວຫລົບໜີ, ບາງຈຳນວນກໍໄດ້ຂີ່ເຮືອທີ່ຍັງມີຢາເສບຕິດຫລົບໜີ ສ່ວນອີກຈຳນວນໜຶ່ງແມ່ນໄດ້ເຂົ້າໄປລີ໊ຢູ່ໃນເຮືອນຂອງປະຊາຊົນເຂດນັ້ນ, ເຈົ້າໜ້າທີ່ໄດ້ນໍາເຂົ້າກວດຄົ້ນໃນຂອບເຂດເຮືອນທີ່ພວກກ່ຽວເຂົ້າລີ້ຊ່ອນພົບເຫັນຜູ້ຊາຍ 2 ຄົນ ທີ່ລີ້ຢູ່ຂ້າງກຳແພງ ແລະ ໃນຫ້ອງນອນ ຄື: ທ້າວ ຄຳແອນ ຫົງມະນີພອນ ອາຍຸ 22ປີ ຢູ່ບ້ານຢາງຄໍາ ເມືອງຕົ້ນເຜິ້ງ ແລະ ທ້າວ ດອນ ວັນໄຊ ອາຍຸ 22 ປີ ຢູ່ບ້ານມ່ວງຄໍາ ເມືອງຕົ້ນເຜິ້ງເຈົ້າໜ້າທີ່ຈຶ່ງກັກຕົວພວກກ່ຽວໄປສອບສວນຂະຫຍາຍຜົນຕໍ່ໄປ.

ສຳລັບຂອງກາງຢາເສບຕິດປະເພດຢາບ້າທີ່ຢຶດໄດ້ ປະກອບມີ: ຢາບ້າຈຳນວນ 14 ເປົາ, ມີ 1.400 ມັດ, ເທົ່າກັບ 2.800.000 ເມັດ.ໂທລະສັບ 4 ໜ່ວຍ; ເງິນບາດ 129.000 ບາດ ແລະ ປື້ມບັນຊີເງິນຝາກຈຳນວນ 1 ຫົວ.