ຊົມເຊີຍ ວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ສູນລວມຈິດໃຈຂອງຊາວເມືອງໄຊເຊດຖາ ແຂວງ ອັດຕະປື ຖືກຮັບຮອງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

 

ໂດຍ: ຜາຕຸງ

ລາວແມ່ນປະເທດໜຶ່ງທີ່ເຄີຍມີຄວາມຈະເລີນຮຸ່ງເຮືອງເຫຼືອງເຫຼື້ອມທາງດ້ານອາລິຍະທຳມາຫຼາຍພັນປີ ມີວັດວາອາຮາມອັນສວຍເດັ່ນມາຫຼາຍຍຸກຫຼາຍສະໄໝ, ຊຶ່ງກາຍເປັນມໍລະດົກຕົກທອດມາສູ່ຄົນລາວຮຸ່ນລູກຮຸ່ນຫຼານຈົນເທົ່າປັດຈຸບັນນີ້ ແລະ ມີຫຼາຍສິ່ງຫຼາຍຢ່າງໄດ້ລົງທະບຽນ ແລະ ຮັບຮອງເອົາເປັນມໍລະດົກຂອງໂລກ ແລະ ຂອງຊາດລະດັບທ້ອງຖິ່ນ, ປັດຈຸບັນຍັງມີຫຼາຍແຫ່ງກຳລັງນຳສະເໜີຕໍ່ລັດຖະບານເພື່ອຂຶ້ນທະບຽນຮັບຮອງເອົາເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຕື່ມອີກ ໜຶ່ງໃນນັ້ນລວມມີ ວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເມືອງໄຊເຊດຖາ ແຂວງ ອັດຕະປື, ທີ່ຈະຈັດຂຶ້ນແຕ່ວັນທີ 23-25 ເດືອນ ມິຖຸນາ ປີ 2023.

ປັດຈຸບັນ ອຳນາດການປົກຄອງແຕ່ລະຂັ້ນກໍຄືປະຊາຊົນບັນດາເຜົ່າຂອງແຂວງອັດຕະປື ແລະ ເມືອງໄຊເຊດຖາ ກຳລັງກຽມພ້ອມຫຼາຍດ້ານ, ຫຼາຍກິດຈະກຳໃນການສະເຫຼີມສະຫຼອງການຂຶ້ນທະບຽນ, ຮັບຮອງເອົາວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ເປັນຕົ້ນແມ່ນ ການເກັບກຳຮີບໂຮມ ປະຫວັດຄວາມເປັນມາຂອງວັດທາດ ອົງປະກອບຂອງພື້ນທີ່ວັດທາດ, ປະຫວັດຄວາມເປັນມາຂອງວັດທາດໄຊເຊດຖາ, ປະຫວັດຄວາມເປັນມາຂອງວັດຫຼວງເມືອງເກົ່າ ແລະ ອື່ນໆທີ່ຕິດພັນ.

ອົງປະກອບຂອງພື້ນທີ່ວັດທາດ: ວັດທາດຕັ້ງຢູ່ບ້ານວັດທາດ ລຽບຕາມສາຍນ້ຳເຊກະໝານຫ່າງຈາກເທສະບານເມືອງໄຊເຊດຖາ ປະມານ 3 ກິໂລແມັດ ໄປທາງທິດຕາເວັນອອກ ຕາມເສັ້ນທາງເລກທີ18B, ມີເນື້ອທີ່ທັງໝົດ 470,569 ເຮັກຕາ, ມີ 240ຄອບຄົວ, 192 ຫຼັັງຄາເຮືອນ, ພົນລະເມືອງທັງໝົດ 988ຄົນ ,ຍິງ492ຄົນ, ສ່ວນໃຫຍ່ແມ່ນເຜົ່າລາວ ເຊື່ອຖື ສາສະໜາພຸດ, ອາຊີບຕົ້ນຕໍແມ່ນເຮັດນາ, ປູກຝັງ,ລ້ຽງສັດ ແລະ ປູກພືດລົ້ມລຸກ, ວັດທາດເປັນວັດເກົ່າແກ່ ສັນນິຖານວ່າສ້າງຂຶ້ນໃນລະຫວ່າງຕົ້ນສະຕະວັດທີ XV ໂດຍແມ່ນ ຍາຫຼວງຄຳແດງເປັນຜູ້ນຳພາສ້າງແຕ່ບໍ່ສຳເລັດ ແລະ ໄດ້ບູລະນະປະຕິສັງຂອນຄືນໃໝ່ໂດຍ ພຣະເຈົ້າ ໄຊຍະເຊດຖາທິຣາດ ເພື່ອເປັນສູນລວມຈິດໃຈຂອງຊາວບ້ານໃນເວລາທີ່ເພິ່ນປົກຄອງ ແລະ ໄດ້ທ້ອນໂຮມເອົາປະຊາຊົນທ່ີ່ຢູ່ກະແຈກກະຈາຍເຂົ້າມາຕັ້ງຖິ່ນຖານເປັນບ້ານເປັນເມືອງບ່ອນດຽວກັນແລ້ວໄດ້ສ້າງວັດຫຼວງ ແລະ ວັດທາດໄປພ້ອມກັນ

ສຳລັບປະຫວັດວັດທາດໄຊເຊດຖາ ໃນເມື່ອກ່ອນມີຊື່ວ່າ ວັດສີຄູນເມືອງ ມາລາລັກອົງການ, ຕໍ່ມາປ່ຽນເປັນວັດທາດເມືອງໄຊເຊດຖາ ແຂວງອັດຕະປື, ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃຫ້ຮູ້ວ່າ ພຣະທາດເຈດີກະດູກຂອງພຣະເຈົ້າໄຊເຊດຖາທິຣາດ ສ້າງຂຶ້ນເມື່ອຕົ້ນປີ ຄສ 1579, ສ່ວນທາດເຈດີໃຫຍ່ທີ່ຕັ້ງຢູ່ທາງຂ້າງທາດເຈດີນ້ອຍນັ້ນ ແມ່ນ ທາດເຈດີຂອງທ້າວພະໄຊຜູ້ເປັນລູກຊາຍຂອງພຣະເຈົ້າໄຊຍະເຊດຖາທີຣາດ, ຊຶ່ງທັງສອງທາດນີ້ມີປະຫວັດສາດທີ່ບອກເລົ່າໄວ້ໃນໜັງສືໃບລານທີ່ຄົ້ນພົບຢູ່ບົນດິນແດນເມືອງອົງການ(ອັດຕະປື) ຊຶ່ງມີລາຍລະອຽດຍາວພໍສົມຄວນ ແລະ ຜູ້ຂຽນບໍ່ສາມາດນຳມາຊີ້ແຈງໃນບົດຂຽນນີ້ໄດ້ໝົດ.

 

ສ່ວນປະຫວັດຄວາມເປັນມາຂອງວັດຫຼວງເມືອງເກົ່ານັ້ນ ເປັນວັດໜຶ່ງຕັ້ງຢູ່ບ້ານວັດຫຼວງເມືອເກົ່າ ຫ່າງຈາກເທສະບານເມືອງໄຊເຊດຖາໄປທາງທິດຕາເວັນອອກຕາມສາຍທາງເລກທີ 18B ປະມານ 3,6 ກິໂລແມັດ ແລະ ຫ່າງຈາກເທສະບານແຂວງ ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 125 ກິໂລແມັດ, ບ້ານວັດຫຼວງມີເນື້ອທີ່ທັງໝົດ 329,19 ເຮັກຕາ, ມີ 300 ຄອບຄົວ, 297ຫຼັງຄາເຮືອນ, ພົນລະເມືອງ 1.743 ຄົນ, ຍິງ 754 ຄົນ, ສ່ວນໃຫຍ່ແມ່ນເຜົ່າລາວ ເຊື່ອຖື ສາສະໜາພຸດ ອາຊີບຕົ້ນຕໍ ເຮັດນາ ແລະ ປູກຝັງ, ລ້ຽງສັດ, ຕາມເອກະສານປະຫວັດສາດ ແລະ ການເຄື່ອນໄຫວປະຕິວັດອັດຕະປື ເລກທີ441/ພຈ ປີ 2013 ແລະ ການບອກເລົ່າຂອງປະຊາຊົນໃຫ້ຮູ້ວາ: ສ້າງຂື້ນໃນລະຫວ່າງຕົ້ນສະຕະວັດທີ XV ແລະ ໄດ້ບູລະນະປະຕິສັງຂອນຄືນໃໝ່ ປະມານປີ ຄສ 1553-1556 ລວມອາຍຸການປະມານ 466 ປີ .

ວັດນີ້ເຕັມໄປດ້ວຍຄວາມສະຫງົບ ແລະ ເຕັມໄປດ້ວຍຕົ້ນໄມ້ໃຫຍ່ອ້ອມຮອບເປັນຕົ້ນ: ກົກໂພ, ກົກໄຮ ແລະ ຕົ້ນໄມ້ກິນໝາກຈຳນວນຫຼວງຫຼາຍ ສິ່ງທີ່ໂດດເດັ່ນເປັນເອກະລັກສະເພາະວັດຫຼວງເມືອງເກົ່າ ແມ່ນພຣະພຸດທະຮູບອົງໃຫຍ່, ອາຮາມທີ່ເກົ່າແກ່ທີ່ເປັນມິ່ງຂວັນຂອງຊາວບ້ານວັດຫຼວງ ແລະ ບ້ານວັດທາດ, ນອກນີ້ຍັງມີທາດເກົ່າ, ກຸຕິ, ຫໍແຈກ, ຫໍກອງ ແລະ ຫໍໄຫວ້ ທີ່ເປັນເອກະລັກສະເພາະພາກໃຕ້ຂອງປະຊາຊົນຊາວແຂວງອັດຕະປື, ແຕ່ເນື່ອງຈາກວ່າຜ່ານໄລຍະເວລາອັນຍາວນານ ປະກອບກັບສະພາບແວດລ້ອມຂອງສັງຄົມມີການປ່ຽນແປງ ແລະ ສາເຫດຂອງໄພສົງຄາມຜ່ານມາ ຈຶ່ງເຮັດໃຫ້ວັດແຫ່ງນີ້ຖືກທຳລາຍ ເປ່ເພເສຍຫາຍ ຂາດການດູແລຮັກສາ ແຕ່ກໍຮັບການບູລະນະປະຕິສັງຂອນຄືນຫຼາຍຄັ້ງ ແລະ ຄັ້ງຫຼ້າສຸດແມ່ນປີ 2015 ໄດ້ບູລະນະຄືນໃໝ່ຊຶ່ງແມ່ນສັງຄົມປະກອບສ່ວນທາງດ້ານທຶນຮອນຈຳນວນໜຶ່ງ.

ການທີ່ ວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເມືອງໄຊເຊດຖາ ຖືກລົງທະບຽນ ແລະ ຮັບຮອງເອົາເປັນມໍລະດົກຂອງຊາດລະດັບທ້ອງຖິ່ນ ຂອງແຂວງ ອັດຕະປືຄັ້ງນີ້ ຖືວ່າເປັນບາດກ້າວແຫ່ງຜົນສຳເລັດອີກຂັ້ນໜຶ່ງໃນການປົກປັກຮັກສາ ອະລິຍະທຳອັນຮຸ່ງເຮືອງຂອງຊາດ ໃຫ້ເຂົ້າສູ່ການຄຸ້ມຄອງບູລະນະປົກປັກຮັກສາໃຫ້ຍາວນານ ຫຼີກເວັ້ນ ການຖືກທຳລາຍຈາກສິ່ງແວດລ້ອມອ້ອມຂ້າງລວມທັງນ້ຳມືຂອງມະນຸດ ເພື່ອໃຫ້ຄົງຕົວ ກາຍເປັນສູນລວມທາງດ້ານຈິດໃຈຂອງຊາວແຂວງອັດຕະປື, ເວົ້າສະເພາະຊາວເມືອງໄຊເຊດຖາທັງເປັນບ່ອນໃຫ້ລູກຫຼານໄດ້ຄົ້ນຄວ້າສຶກສາຫາຄວາມຮູ້ທາງດ້ານປະຫວັດສາດຂອງຊາດ ຕະຫຼອດໄປ.