ເຈົ້າໜ້າທີ່ເມືອງຊຽງເງິນ ແຂວງຫລວງພະບາງ ທຳລາຍອາວຸດລ່າເນື້ອ ແລະ ສິ່ງກົດໝາຍຫລາຍລາຍການ

ວັນທີ 21 ມິຖຸນາ 2023, ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ແຂວງຫລວງພະບາງ ຮ່ວມກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ທຳລາຍສິ່ງຜິດກົດໝາຍ, ອາວຸດລ່າເນື້ອ, ຢາເສບຕິດ ແລະ ສິນຄ້າໝົດອາຍຸ ທີ່ຢຶດຄື: ອາວຸດລ່າເນື້ອ (ປືນແກັບ) 800 ກະບອກ, ຈັກຕັດໄມ້ (ຈັກສະຕີ່ນ) 4 ເຄື່ອງ, ອຸປະກອນນຳໃຊ້ເສບຢາເສບຕິດ (ຢາຝິ່ນ) 10 ຊຸດ, ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ, ສິນຄ້າປ້ອມແປງ ແລະ ສິນຄ້າບໍ່ເສຍພາສີ ມີທັງໝົດ 49 ລາຍການ ລວມມູນຄ່າ 10 ລ້ານກວ່າກີບ. ນອກນີ້ຍັງໄດ້ກວດພົບຊິງຊັງບໍ່ໄດ້ມາດຖານ 7 ໜ່ວຍ ຈຶ່ງພ້ອມກັນທໍາລາຍຖິ້ມ.

ພິທີທຳລາຍດັ່ງກ່າວ, ໂດຍການເປັນປະທານຮ່ວມຂອງທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ທ່ານ ຄຳປະສົງ ຈິດຍະວົງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫລວງພະບາງ ພ້ອມມີພາກສ່ວນກ່ຽວຈ້ອງເຂົ້າຮ່ວມ.