ເຟີລາຣີ້ ນຳລົດແຂ່ງ 499P ຂັບອ້ອມເມືອງ ໃນອີຕາລີ ສະຫລອງຫລັງຄວ້າແຊ້ມ ເລີ ມ໊ອງ 2023

ການແຂ່ງຂັນ ເລີ ມ໊ອງ 24 ຊົ່ວໂມງຂອງ ຫລື 24 Hours Of Le Mans ສິ້ນສຸດລົງໂດຍການຄວ້າແຊ້ມຂອງທີມ Ferrari ໃນວັນທີ 15-16 ເດືອນມິຖຸນາທີ່ຜ່ານມາ. ເຊິ່ງເປັນ​ການ​ກັບ​ມາລົງແຂ່ງຂັນອີກຄັ້ງ​ໃນ​ຮອບ 50 ປີ, ທັ້ງ​ເປັນ​ການ​ຄວ້າ​ແຊ້ມ​ຄັ້ງ​ທຳ​ອິດ​ໃນ​ຮອບ 58 ປີ ​ນັບ​ແຕ່​ປີ 1965.

ທັ້ງນີ້ທາງທີມ Ferrari ໄດ້ບິນຕົງກັບມາທີ່ອິຕາລີ ແລະ ແນ່ນອນວ່າ ທີມງານໄດ້ຈັດພິທີສະເຫລີມສະຫລອງ 2023 Le Mans ຂອງຕົນໂດຍການສົ່ງລົດ Ferrari 499Ps ໝາຍເລກ 50 ແລະ 51 ທັງສອງຄັນ ຂັບສະຫລອງຮອບເມືອງມາຣາເນລໂຣ ເຊິ່ງເປັນເມືອງທີ່ຕັ້ງໂຮງງານແຫ່ງທຳອິດຂອງບໍລິສັດໃນມື້ວານນີ້ (20 ມິຖຸນາ 2023).

ຊົມຄລິບວິດີໂອ : https://www.youtube.com/watch?v=_RdNSQKIbyA