ຫາລືປັບປຸງແກ້ໄຂຂໍ້ຄົງຄ້າງ ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

ວັນທີ 21 ມິຖຸນາ 2023, ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ຫົວໜ້າ ຄອຄຂ.ສ) ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຂຶ້ນຢູ່ນະຄອນຫລວງວຽງຈັນ, ປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຄອຄຂ.ສ.

ທ່ານ ສະເຫລີມໄຊ ກົມມະສິດ ກ່າວວ່າ: ເພື່ອເປັນການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃສ່ບັນດາຫົວຂໍ້ຕ່າງໆ ເປັນຕົ້ນ: 1. ການສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2023; 2. ການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ, ແລະ ແບບແຜນວິທີເຮັດວຽກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ຕາມດໍາລັດ ເລກທີ 145/ນຍ; 3. ການປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ບັນຫາ ຫລື ຂໍ້ສະເໜີ ທີ່ກອງປະຊຸມຍົກຂຶ້ນ ແນໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

ພ້ອມນີ້ໃນກອງປະຊຸມໄດ້ພ້ອມກັນປຶກສາຫາລືກັນ ກະກຽມແບບກະທັດຮັດ ແລະ ຄັດຈ້ອນບັນຫາທີ່ສໍາຄັນ ທີ່ພົວພັນກັບໝາກຜົນຂອງການເຄື່ອນໄຫວຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈຸດສຸມຂອງວຽກງານໃນຕໍ່ໜ້າ ເຊິ່ງອາດຈະຍັງບໍ່ຄົບຖ້ວນ. ພ້ອມທັງ ຮຽກຮ້ອງໃຫ້ປະກອບສ່ວນແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ, ຍົກໃຫ້ເຫັນບັນຫາ ແລະ ສະເໜີທິດທາງ, ວິທີການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກ, ຫລຸດຕົ້ນທຶນຂອງພາກທຸລະກິດ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ.