ລາຄາສຸດຄຸ້ມ! ແມນຊິຕີ້ ບັນລຸ ຄວ້າໂຕ ໂຄວາຊິກ 30 ລ້ານປອນ

ແມນເຊັສເຕີ ຊິຕີ້ ບັນລຸຂໍ້ຕົກລົງທີ່ຈະເຊັນສັນຍາກັບ ມາເຕໂອ ໂຄວາຊິກ ຮ່ວມທີມໃນມູນຄ່າປະມານ 30 ລ້ານປອນ, ອີງຕາມ Fabrizio Romano ແລະ ສື່ຊັ້ນນໍາ

ທັບເຮືອໃບສີຟ້າ ຊອກຫາກອງກາງມາເສີມທີມໃນລະດູຮ້ອນນີ້. ຫລັງຈາກອະນາຄົດທີ່ ອີຄາຍ ກູນໂດກັນ ຕັດສິນໃຈຍ້າຍໄປຮ່ວມ ບາເຊໂລນາ.

ຕາມການລາຍງານ, ຊິຕີ້ ຕົກລົງຈ່າຍເງິນ 25 ລ້ານປອນບວກກັບໂບນັດປະມານ 5 ລ້ານປອນໃຫ້ກັບ ເຊວຊີ, ໂດຍທີ່ນັກເຕະເປັນເປົ້າຫມາຍຕົ້ນຕໍຂອງ ເປບ ກວາດີໂອລາ ແລະ ໄດ້ຕົກລົງເງື່ອນໄຂສ່ວນຕົວໄປໃນຕົ້ນເດືອນນີ້. ກ່ອນ​ຈະເດີນທາງ​ໄປ​ກວດ​ສຸຂະພາບ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ.