ຫວຽດນາມ ເຫັນດີຊ່ວຍເຫລືອກໍ່ສ້າງສຳນັກງານອົງການປົກຄອງ ເມືອງວຽງໄຊ 50 ຕື້ດົງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ແຂວງຫົວພັນ 45 ຕື້ດົງ

ວັນທີ 20 ມິຖຸນາ 2023, ແຂວງຫົວພັນ ສປປ ລາວ ແລະ ແຂວງ ແທັງຮວ່າ ສສ ຫວຽດນາມ ໄດ້ເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ໄລຍະແຕ່ປີ 2021-2025 ແລະ ບົດບັນທຶກຮ່ວມມືຂອງສອງແຂວງປະຈຳປີ 2023 ທີ່ແຂວງແທັງຮວ່າ, ຕາງໜ້າລົງນາມໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ແລະ ທ່ານ ໂດ່ ມິງ ຕວັນ ປະທານຄະນະກຳມະການປະຊາຊົນແຂວງແທັງຮວ່າ, ມີທ່ານ ໂດ່ ຈ້ອງ ຮຶງ ປະທານສະພາປະຊາຊົນແຂວງແທັງຮວ່າ ພ້ອມດ້ວຍຄະນະຜູ້ແທນທັງສອງແຂວງເຂົ້າຮ່ວມ.
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໂດຍສະເພາະສອງແຂວງ ຫົວພັນ-ແທັງຮວ່າ, ເຊິ່ງສອງແຂວງໄດ້ເປັນເອກະພາບລົງນາມເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງໄລຍະປີ 2021-2025 ໂດຍແຂວງແທັງຮວ່າ ເຫັນດີຊ່ວຍເຫລືອແຂວງຫົວພັນ ກໍ່ສ້າງສຳນັກງານອົງການປົກຄອງ ເມືອງວຽງໄຊ ມູນຄ່າ 50 ຕື້ດົງ, ເປີດຊຸດຮຽນບຳລຸງຄວາມຮູ້ 1-2 ຊຸດໃຫ້ແກ່ເລຂາຄະນະພັກ, ນາຍບ້ານຂອງແຂວງຫົວພັນ ຈຳນວນ 45 ສະຫາຍຕໍ່ຊຸດຮຽນ ໄລຍະເວລາ 7 ວັນ.
ສຳລັບບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ປະຈຳປີ 2023 ທັງສອງຝ່າຍເຫັນດີຕົກລົງໃນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານການສຶກສາ-ກໍ່ສ້າງ ແລະ ຮ່ວມມືດ້ານວັດທະນະທຳ-ສັງຄົມ, ເຊິ່ງແຂວງແທັງຮວ່າເຫັນດີໃຫ້ການຊ່ວຍເຫລືອລົງທຶນກໍ່ສ້າງພື້ນຖານໂຄງລ່າງ ໃຫ້ແກ່ແຂວງຫົວພັນ ມູນຄ່າ 45 ຕື້ດົງ ປະກອບມີ: ໂຄງການກໍ່ສ້າງສຳນັກງານອົງການປົກຄອງເມືອງຊໍາເໜືອ ແລະ ເມືອງຊໍາໃຕ້ ມູນຄ່າ 32 ຕື້ດົງ, ໂຄງການກໍ່ສ້າງເສັ້ນທາງປູຢາງແຕ່ບ້ານກ້າງໂຄ້ງ ເມືອງວຽງໄຊ ໄປຫາດ່ານບ້ານບໍ່ ເມືອງລາດ ມູນຄ່າ 9 ຕື້ດົງ, ໂຄງການກໍ່ສ້າງ ປັບປຸງ ຍົກລະດັບເຂດອານຸສາວະລີ ຈາລຶກບຸນຄຸນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວ ທີ່ແຂວງຫົວພັນ ມູນຄ່າ 4 ຕື້ດົງ.
ນອກນີ້, ຍັງຊ່ວຍທຶນການສຶກສາແກ່ນັກສຶກສາແຂວງຫົວພັນ ຢູ່ແຂວງແທັງຮວ່າ ມູນຄ່າ 16.238 ຕື້ດົງ, ຊ່ວຍກວດປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະ ປະຊາຊົນແຂວງຫົວພັນ ເປັນມູນຄ່າ 3,8 ຕື້ດົງ. ພ້ອມນີ້, ສອງຝ່າຍເປັນເອກະພາບສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຫົວພັນ ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ຕາມແຜນການຮ່ວມມືຂອງສອງປະເທດ.
ຂ່າວ: ແຂວງຫົວພັນ

