ຮັບມືກັບອາການຄັນເຫືອກຂອງລູກ

ແຂ້ວເຫລັ້ມທຳອິດຂອງເດັກນ້ອຍຈະປະກົດໃຫ້ເຫັນເມື່ອອາຍຸປະມານ 5 – 7 ເດືອນ ໄລຍະທີ່ແຂ້ວປົ່ງ ເດັກຈະມີອາການຄັນ ເຫືອກ ອາດຈະມີສັນຍານບອກໃຫ້ພໍ່ກັບແມ່ຮູ້ ເຊັ່ນ : ຮ້ອງໄຫ້, ຂັດລັງ, ກິນນົມໜ້ອຍລົງ, ນຳ້ລາຍໄຫລ, ດູດນິ້ວມື ເຊິ່ງພໍ່ແມ່ຊ່ວຍລູກຫລຸດຜ່ອນອາການຄັນເຫືອກໄດ້.

– ຊ່ວຍເອົາໃຈໃສ່ເບິ່ງແຍງ, ກອດລູກ, ໃຫ້ກຳລັງໃຈລູກ ເພື່ອໃຫ້ລູກເກີດຄວາມຮູ້ສຶກໝັ້ນໃຈວ່າມີພໍ່ກັບແມ່ຢູ່ຄຽງຂ້າງສະເໝີ ເຖິງວ່າໄລຍະທຳອິດລູກຈະໝຸດໝັດຂັດລັງ ຫລື ເອົາແຕ່ໃຈແດ່ຍ້ອນເຈັບເຫືອກ, ແຕ່ລູກກໍຈະຮັບມື ແລະ ຜ່ານໄລຍະເວລານີ້ໄປໄດ້ເອງ.

– ຖ້າລູກເຜີໄປກັດຫົວນົມແມ່ຍ້ອນຄວາມຄັນແຂ້ວ ຢາກໃຫ້ແມ່ເຂົ້າໃຈ ແລະ ບໍ່ໃຈຮ້າຍໃຫ້ລູກ ທາງທີ່ດີແມ່ຄວນຍູ້ອອກ ແລະ ຫາຢ່າງອື່ນໃຫ້ລູກກັດແທນ ເພື່ອໃຫ້ລູກໄດ້ຮຽນຮູ້ວ່າພຶດຕິກຳແບບນີ້ບໍ່ເປັນສິ່ງທີ່ເພິງປະສົງ.

– ຫາເຄື່ອງຫລິ້ນແບບຢາງອ່ອນໆໃຫ້ລູກກັດ ຫລື ແຫ້ນຫລິ້ນຊ່ວຍຫລຸດອາການຄັນແຂ້ວໄດ້.

– ໃຊ້ຜ້າຂົນໜູອ່ອນໆຈຸ່ມນຳ້ເຢັນຄ່ອຍໆເຊັດ, ນວດເບົາໆໄປຕາມຕຸ່ມເຫືອກຂອງລູກ ຊ່ວຍໃຫ້ລູກສະບາຍເຫືອກຂຶ້ນຫລາຍ.

– ໄລຍະນີ້ນຳ້ລາຍຂອງລູກຈະຫລາຍກ່ວາປົກກະຕິ ແລະ ອາດໄຫລຍ້ອຍອອກມານອກປາກລູກ ຢາກໃຫ້ແມ່ໃຊ້ຜ້າສະອາດ ຫລື ສຳລີຈຸ່ມນຳ້ ຊ່ວຍເຊັດເຮັດຄວາມສະອາດອ້ອມໆປາກໃຫ້ລູກ.

– ປ້ອນອາຫານອ່ອນໆເຢັນໆ ເຊັ່ນ : ເຂົ້າໜົມປັງ, ກ້ວຍຫອມ, ກະແລັມ.

– ຢ່າເອົານຳ້ກ້ອນ ຫລື ນຳ້ເຢັນໃຫ້ລູກກິນ ເພາະຈະເຮັດໃຫ້ເຫືອກລູກຊາ ແລະ ພຽງແຕ່ຊ່ວຍໃຫ້ອາການຄັນເຫືອກເຊົາຊົ່ວຄາວ ແຕ່ບໍ່ກຸ້ມຄ່າເລີຍຫາກລູກເປັນໄຂ້.

– ບໍ່ຈຳເປັນຕ້ອງເອົາຢາແກ້ປວດໃຫ້ລູກກິນ ເພາະຕາມທຳມະຊາດແລ້ວລູກສາມາດຮັບມືກັບອາການແຂ້ວປົ່ງນີ້ໄດ້ ຍົກເວັ້ນວ່າເຫືອກຂອງລູກມີອາການບວມ – ແດງຫລາຍ ພໍ່ແມ່ລອງປຶກສາທັນຕະແພດເດັກໄດ້.

– ຢ່າເຊັດເຫືອກລູກໂດຍອານກໍຮໍ ເພາະເຊື່ອວ່າຈະຊ່ວຍຫລຸດອາການລະຄາຍເຄືອງໄດ້ ເຊິ່ງບໍ່ແມ່ນເລີຍ ມີແຕ່ຈະເປັນຜົນເສຍຫລາຍກ່ວາຖ້າລູກກືນເຂົ້າໄປ.

– ຢ່າເອົາອາຫານແຂງໆໃຫ້ລູກກິນ ຫລື ແຫ້ນ ເຊັ່ນ : ຜັກ – ໝາກໄມ້ປາດເປັນປ່ຽງ ເພາະຖ້າລູກໃຊ້ເຫືອກກັດຈົນຂາດ ຜັກ – ໝາກໄມ້ເຫລົ່ານີ້ອາດຈະຫລຸດເຂົ້າໄປຄາຄໍ ຫລື ຄາຢູ່ຫລອດລົມລູກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ