ພົອ ວິໄລ ຫລ້າຄຳຟອງ ຊີ້ນຳໃຫ້ຄະນະບັນຊາແຕ່ລະຂັ້ນຕ້ອງປະຕິບັດວຽກງານຢ່າງເຖິງຖອງ, ຈິງໃຈ ກ້າເບິ່ງສະພາບຕົວຈິງທີ່ເກີດຂຶ້ນຢູ່ໃນກຳລັງ

ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ (ປກສ) ສະໄໝທີ V ຈັດຂຶ້ນໃນວັນທີ 20 ມິຖຸນາ 2023, ໂດຍການເປັນປະທານຂອງ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ.
ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງເລຂາພັກ, ຮອງລັດຖະມົນ ຕີກະຊວງ ປກສ ກ່າວວ່າ: ກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງ ປກສ ຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນຕໍ່ກັບຊີວິດການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ເພາະເປັນການປະຕິບັດກົດລະບຽບຂອງພັກ, ທັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ເພື່ອກວດກາ, ຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນໄລຍະກາງສະໄໝຜ່ານມາ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິ ບັດໃນອີກເຄິ່ງສະໄໝຕໍ່ໜ້າ, ທັງປັບປຸງພັກ, ປັບປຸງກໍາລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ. ພ້ອມນີ້, ກອງປະຊຸມ ຍັງໄດ້ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ ແລະ ຜ່ານມາດຖານຄະນະບໍລິຫານງາຍສູນກາງພັກກະຊວງ, ໜ້າທີ່ ແລະ ສິດ ຂອງຄະນະພັກກະຊວງ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ.
ໂອກາດນີ້, ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ມີຄໍາເຫັນຊີ້ນໍາຕໍ່ການທາບທາມຄວາມໄວ້ວາງໃຈ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕ້ອງປະຕິບັດຢ່າງເຖິງຖອງ, ຈິງໃຈກ້າເບິ່ງສະພາບຕົວຈິງທີ່ເກີດຂຶ້ນຢູ່ໃນກຳລັງ, ທັງອັນລວມ ແລະ ອັນສະເພາະ ຢູ່ແຕ່ລະກົມກອງ-ທ້ອງຖິ່ນ ທີ່ຕົນຮັບຜິດຊອບນຳພາ, ຕີລາຄາໃຫ້ ຖືກຕ້ອງ, ຊັດເຈນບັນຫາຄົງຄ້າງທີ່ເກີດຂຶ້ນ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ຕັດສິນໃຈແກ້ບັນຫາຢ່າງເອົາຈິງເອົາຈັງ, ເຮັດໃຫ້ການຫັນເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະ ຊວງກາຍເປັນທິດທາງໜ້າທີ່ຕົ້ນຕໍ, ສອດຄ່ອງກັບສະພາບຕົວຈິງຂອງກົມກອງທ້ອງຖິ່ນຕົນ ໃຫ້ບັນລຸຕາມຄາດໝາຍ, ມີເນື້ອໃນເລິກເຊິ່ງ ແລະ ດີຂຶ້ນກວ່າເກົ່າ.
ຂ່າວ: ຄວາມສະຫງົບ

