ມີຄວາມພ້ອມຈະລ້ຽງສັດ ຕ້ອງມີຄວາມພ້ອມດ້ານພື້ນທີ່ສະເພາະ ຮັບປະກັນບໍ່ສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ

ໂດຍ: ຜາຕຸງ

ປັດຈຸບັນ ຢູ່ຫຼາຍບ້ານຫຼາຍເຂດໃນຕົວເມືອງ ລວມທັງນະຄອນຫຼວງວຽງຈັນ, ບາງຄັ້ງເຮົາຍັງເຫັນຝູງສັດລ້ຽງປະເພດງົວ,ແບ້ ຂອງປະຊາຊົນອອກມາເດີນຂະບວນພາເລດຍ່າງລ້ວຍລ້າຍ ໄປຄຽງຢູ່ກັບລົດລາພາຫະນະຄັນງາມຢູ່ຕາມຖະໜົນຫົນທາງບາງຈຸດບາງບ້ານຢ່າງສະບາຍໃຈ, ເຮັດໃຫ້ການຄົມມະນາຄົມບາງຄັ້ງກໍຖືກຢຸດຈຶ້ງເປັນເວລາຫຼາຍນາທີເພື່ອລໍຖ້າໃຫ້ຂະບວນພາເລດຂອງສັດລ້ຽງເຫຼົ່ານັ້ນອອກພົ້ນຖະໜົນຫົນທາງກ່ອນຈຶ່ງໄປໄດ້ ນີ້ມັນສະ ແດງໃຫ້ເຫັນເຖິງຄວາມບໍ່ເອົາໃຈໃສ່ແລະຂາດຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງສັດລ້ຽງໄດ້ເປັນຢ່າງດີວ່າເປັນຄືແນວໃດ,

ມັນກໍໜ້າຄິດນຳກັນວ່າ: ເປັນຫຍັງພັດຍັງມີບາງຄົນ,ບາງຄອບຄົວໃນຕົວເມືອງ ທີ່ຕົນເອງຍັງບໍ່ທັນພ້ອມທາງດ້ານເງື່ອນໄຂຕ່າງໆເປັນຕົ້ນແມ່ນສະຖານທີ່ລ້ຽງສັດ, ຄົນດູແລ ພັດສືບຕໍ່ສ້ຽງສັດປະເພດງົວ ແລະ ແບ້ ຢູ່ຕາມຕົວເມືອງແລ້ວປ່ອຍປະໃຫ້ສັດລ້ຽງໄປຊອກຢູ່ຫາກິນດ້ວຍຕົວມັນເອງຕາມສະຖານທີ່ຕ່າງໆ ມີບາງຄັ້ງຊ້ຳພັດໄປກິນເຄື່ອງປູກຂອງຝັງທີ່ຄອບຄົວອື່ນປູກໄວ້ແກ້ໄຂໃນຄອບຄົວ ພາໃຫ້ມີປາກມີສຽງກັນກໍມີ, ການທີ່ສັດລ້ຽງອອກໄປຍ່າງ,ໄປນອນ, ປ່ອຍສິ່ງເສດເຫຼືອຕາມທ້ອງຖະໜົນນັ້ນ ມັນສ້າງຄວາມເດືອດຮ້ອນຕໍ່ສັງຄົມພໍສົມ ຄວນ,ມີຄວາມສ່ຽງອາດພາໃຫ້ເກີດອຸປະຕິເຫດໄດ້ ແລ້ວຈະໃຫ້ໃຜຮັບຜິດຊອບ,ຊຶ່ງບັນຫານີ້ມີຢູ່ໃນຕົວເມືອໃຫຍ່ຫຼາຍເຂດຫຼາຍແຂວງຂອງປະເທດ,ຈົນມີບາງແຂວງ,ບາງເມືອງໄດ້ອອກ ລະບຽບຄຳສັ່ງແລະຂໍ້ຫ້າມຕ່າງໆອອກມານຳໃຊ້ເພື່ອຄວບຄຸມການລ້ຽງສັດໃນຕົວເມືອງ.

ຈິງຢູ່ວ່າການລ້ຽງສັດ ກໍເພື່ອສ້າງເສດຖະກິດຂອງຄອບຄົວ ແກ້ໄຂຊີວິດຄວາມເປັນຢູ່ໃນຍາມຈຳເປັນ ແຕ່ກໍຕ້ອງຄຳນຶງວ່າ ຈະລ້ຽງແນວໃດໃຫ້ເໝາະສົມ ບໍ່ສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ ໂດຍສະເພາະແມ່ນປະເພດ ງົວ ແລະ ແບ້ ການລ້ຽງຕ້ອງຮັບປະກັນສະຖານທີ່ລ້ຽງ (ທົ່ງຫຍ້າ) ຜູ້ດູແລຮັກສາ ຄັກແນ່ ບໍ່ແມ່ນຈະປ່ອຍປະຊະຊາຍໄປຕາມກາງບ້ານຮ້ານຫຍ້າ,ຮົ້ວສວນຂອງຄົນອື່ນ ຫຼື ສະຖານທີ່ສາທາລະນະ ສ້າງຄວາມເດືອດຮ້ອນໃຫ້ສັງຄົມດັ່ງຜ່ານມາ ແລະ ການລ້ຽງແບບນີ້ສ່ຽງພາໃຫ້ເກີດປະກົດການຫຍໍ້ທໍ້ຕາມມາຕື່ມອີກ.

ຜ່ານມາກໍຄືປະຈຸບັນ,ພັກ-ລັດຖະບານກໍຄືກະຊວງກະສິກຳ ແລະ ປ່າໄມ້ ພວມເອົາໃຈໃສ່ປຸກລະດົມຊຸກຍູ້ສົ່ງ ເສີມດ້ວຍຮູບການຕ່າງໆທີ່ຫຼາກຫຼາຍນັບທັງດ້ານແຫຼ່ງທຶນ, ວິຊາການ,ແນວພັນພືດ,ພັນສັດ ລ້ຽງ,ການຈັດສັນເນື້ອທີ່ການຜະລິດ, ລະດົມນັກລົງທຶນເຂົ້າຮ່ວມດ້ວຍການຮ່ວມທຶນແບບ2+3, ລວມທັງຊອກຕະຫຼາດຮອງຮັບທີ່ແນ່ນອນ ແລະ ອື່ນໆ ເພື່ອສ້າງເງື່ອນໄຂໃຫ້ປະຊາ ຊົນບັນດາເຜົ່າ ເອົາໃຈໃສ່ຜັນຂະຫຍາຍວຽກງານກະສິກຳ ດ້ວຍການປູກຝັງ-ລ້ຽງສັດໃຫ້ຫຼາຍຂຶ້ນ.

ຈາກການຊຸກຍູ້ສົ່ງເສີມຄືແນວນັ້ນເຮັດໃຫ້ຊາວກະສິກອນຢູ່ແຕ່ລະທ້ອງຖິ່ນຫັນມາສ້າງເສດຖະກິດຄອບຄົວຕາມເງື່ອນໄຂແລະທ່ທາແຮງທີ່ມີ,ສຸມໃສ່ການປູກຝັງແລະລ້ຽງສັດເພື່ອແກ້ໄຂຊີວິດຄວາມເປັນຢູ່ໃຫ້ດີຂຶ້ນໂດຍຮັບປະກັນທາງດ້ານສະເພາະສະບຽງອາຫານ,ທົດແທນການນຳເຂົ້າສິນຄ້າປະເພດດຽວກັນຈາກຕ່າງປະເທດໄດ້ໃນລະດັບໃດໜຶ່ງ,ຫຼາຍຄອບ ຄົວມີຊີວິດຄວາມເປັນຢູ່ຄ່ອຍໆດີຂຶ້ນ,ຈົນມີຫຼາຍຄອຍຄົວນັບມື້ຫ່າງໄກອອກຈາກຄວາມທຸກຍາກ,ຫຼາຍຄອບຄົວກາຍເປັນແບບຢ່າງທີ່ດີທາງດ້ານການປູກຝັງ,ລ້ຽງສັດ,ສາມາດເປັນຜູ້ຖ່າຍທອດບົດຮຽນໃຫ້ຄົນອື່ນໄດ້ດີນຳອີກ.