ເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຈ້ງໃຫ້ການນໍາໃຊ້ສະກຸນເງິນກີບໃນການຊຳລະສິນຄ້າ ແລະ ຄ່າບໍລິການທັງໝົດ

ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ອອກແຈ້ງການເລກທີ 081/ດງຄ ລົງວັນທີ 16 ມິຖຸນາ 2023 ກ່ຽວກັບການນໍາໃຊ້ສະກຸນເງິນກີບຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ, ໂດຍອີງຕາມຂໍ້ກໍານົດຂອງລະບຽບການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຂອງ ສປປ ລາວ ຄື:
- ສິນຄ້າ ແລະ ຄ່າບໍລິການທັງໝົດມີເຄື່ອງໝາຍການຄ້າຢ່າງຊັດເຈນຢູ່ພາຍໃນເຂດຕ້ອງລະບຸລາຄາເປັນສະກຸນເງິນກີບ (ອັດຕາແລກປ່ຽນແມ່ນໃຫ້ກໍານົດຕາມອັດຕາແລກປ່ຽນຂອງທະນາຄານກາງແຫ່ງສປປ ລາວ).
- ທຸກໆຮ້ານຄ້າຕ້ອງໄດ້ຕິດປ້າຍປະໂຫຍກທີ່ວ່າ “ສົ່ງເສີມການບໍລິໂພກນໍາໃຊ້ສະກຸນເງິນກີບ” ເປັນພາສາຈີນ ແລະ ພາສາລາວ, ບັນດາວິສາຫະກິດ ແລະ ຮ້ານຄ້າ ສາມາດມາເອົາໄດ້ທີ່ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຫ້ອງ 103.
- ຖ້າຫາກວ່າວິສາຫະກິດ ຫລື ບຸກຄົນໃດ ຫ້າມບໍ່ໃຫ້ຮັບເອົາສະກຸນເງິນກີບໃນການຊໍາລະສິນຄ້າ, ກໍລະນີພະນັກງານ ຂອງຂະແຫນງການທີ່ກ່ຽວຂ້ອງກວດພົບເຫັນຈະໄດ້ໃຫ້ໂຈະກິດຈະການທັງໝົດ ພ້ອມທັງປັບໄໝ.
- ແຈ້ງການສະບັບນີ້ແມ່ນມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຫົວໜ່ວຍວິສາຫະກິດ ແລະ ຮ້ານຄ້າຕ່າງໆຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມ ເນື້ອໃນແຈ້ງການສະບັບນີ້.

