ອິນເດຍຜະເຊີນຄື້ນຄວາມຮ້ອນຮຸນແຮງ ເສຍຊີວິດເພີ່ມຂຶ້ນເກືອບ 100 ຄົນໃນ 2 ລັດ

ທາງການອິນເດຍລາຍງານຜົນກະທົບຈາກຄື້ນຄວາມຮ້ອນທີ່ແຜ່ປົກຄຸມພື້ນທີ່ສ່ວນຫລາຍຂອງປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດເນື່ອງຈາກສະພາບອາກາດຮ້ອນແລ້ວຢ່າງໜ້ອຍ 96 ຄົນ ໃນ 2 ລັດທີ່ມີປະຊາກອນໜາແໜ້ນທີ່ສຸດ ໄດ້ແກ່ ລັດອຸຕໍປະເທດ ທາງຕອນເໜືອ ແລະ ລັດພິຫານ ທາງຕາເວັນອອກ ເຊິ່ງທາງການໄດ້ປະກາດເຕືອນປະຊາຊົນທີ່ມີອາຍຸຫລາຍກວ່າ 60 ປີ ແລະ ຜູ້ທີ່ເປັນພະຍາດຕ່າງໆ ໃຫ້ຢູ່ໃນຮົ່ມຕອນກາງເວັນ.
ໃນລັດອຸດຕໍປະເທດມີລາຍງານວ່າ: ພົບຜູ້ເສຍຊີວິດທັງໝົດ 54 ຄົນໃນເມືອງບັລເລຍ ໂດຍສ່ວນຫລາຍເປັນຜູ້ທີ່ມີອາຍຸຫລາຍກວ່າ 60 ປີ ແລະ ມີພະຍາດປະຈໍາຕົວ ເຊິ່ງອາການອາດຮຸນແຮງຂຶ້ນເນື່ອງຈາກສະພາບອາກາດຮ້ອນອົບເອົ້າ ຫລັງອຸນຫະພູມພາຍໃນເມືອງວັນທີ 18 ມິຖຸນາ ເພີ່ມຂຶ້ນສູງສຸດເຖິງ 43 ອົງສາ.
ເຈົ້າໜ້າທີ່ການແພດພາຍໃນເມືອງເປີດເຜີຍວ່າ: ໄລຍະ 3 ວັນຜ່ານມາພົບຄົນເຈັບ 300 ກວ່າຄົນທີ່ນໍາສົ່ງໂຮງໝໍ ເນື່ອງຈາກອາກາດຮ້ອນ ໂດຍສະຖານະການທີ່ຮຸນແຮງສົ່ງຜົນໃຫ້ທາງການຕ້ອງສັ່ງເພີ່ມຕຽງໃນຕຶກສຸກເສີນ ເພື່ອຮອງຮັບຄົນເຈັບທີ່ເພີ່ມຂຶ້ນຈໍານວນຫລາຍ ພ້ອມເປີດການສອບສວນສາເຫດການເສຍຊີວິດຂອງຄົນຈໍານວນຫລາຍພາຍໃນເມືອງແລ້ວ.
ສ່ວນຢູ່ລັດພິຫານພົບຜູ້ເສຍຊີວິດຈາກອາກາດຮ້ອນອົບເອົ້າຈໍານວນ 42 ຄົນ ໃນໄລຍະ 2 ວັນຜ່ານມາ ໂດຍ 35 ຄົນພົບຢູ່ເມືອງປັກນາ ເມືອງເອກຂອງລັດ ເຊິ່ງມີຄົນເຈັບຈາກອາການຖອກທ້ອງ ແລະ ຮາກກໍາລັງຮັບການປິ່ນປົວປະມານ 200 ກວ່າຄົນ. ຂະນະທີ່ລະດັບອຸນຫະພູມພາຍໃນເມືອງວັນທີ 17 ມິຖຸນາ ບັນທຶກໄດ້ສູງສຸດ 44,7 ອົງສາ.
ທັງນີ້, ລະດູຮ້ອນຂອງອິນເດຍຈະຄວບຄຸມນັບແຕ່ເດືອນເມສາ-ມິຖຸນາ ໂດຍຈະສົ່ງຜົນໃຫ້ມີສະພາບອາກາດຮ້ອນອົບເອົ້າໃນພື້ນທີ່ສ່ວນຫລາຍຂອງປະເທດ ກ່ອນມໍລະສຸມລະດູຝົນຈະຊ່ວຍເຮັດໃຫ້ອຸນຫະພູມເຢັນລົງ.
ເຖິງຢ່າງໃດກໍຕາມ, ສະພາບອາກາດຮ້ອນອົບເອົ້າທະວີຄວາມຮຸນແຮງຂຶ້ນຢູ່ອິນເດຍໃນໄລຍະທົດສະວັດຜ່ານມາ ໂດຍໄລຍະຄື້ນຄວາມຮ້ອນແຜ່ປົກຄຸມປະເທດມັກສົ່ງຜົນໃຫ້ເກີດສະພາບຂາດເຂີນນໍ້າຢ່າງຮຸນແຮງ ກະທົບປະຊາຊົນຫລາຍສິບລ້ານຄົນຈາກທັງໝົດຫລາຍກວ່າ 1,4 ພັນລ້ານຄົນ.
ອ້າງອີງ:

