ລັດຖະມົນຕີກະຊວງ ຮສສ ສະເໜີ ຕໍ່ຝ່າຍເກົາຫຼີ ພິຈາລະນາຄັດເລືອກນາຍຈ້າງ ທີ່ມີເງື່ອນໄຂເໝາະສົມ ເພື່ອໃຫ້ແຮງງານລາວສາມາດເຮັດວຽກໄດ້ສະດວກ

ວັນທີ 15 ມິຖຸນາ 2023 ຜ່ານມາ, ທີ່ແຂວງ Gyeongsangbuk-do ສ.ເກົາຫຼີ ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈ້າງແຮງງານລະດູການ ລະຫວ່າງ ກະຊວງ ຮສສ ກັບເຈົ້າເມືອງໆ Goryeong-Gun. ໂອກາດທີ່, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ພ້ອມຄະນະ ໄດ້ເຂົ້າພົບປະກັບ ທ່ານ LEE CHEOL-WOO, ເຈົ້າແຂວງໆ Gyeongsangbuk-do ເພື່ອລາຍງານ, ປຶກສາຫາລື ແລະ ແລກປ່ຽນຂໍ້ມູນໃຫ້ຊາບ. ຈາກນັ້ນ ທ່ານຫົວໜ້າກົມການຈັດຫາງານ ຍັງໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈ້າງແຮງງານລະດູການ ຮ່ວມກັບເຈົ້າເມືອງໆ Goryeong-Gun.

ສຳລັບ ແຂວງໆ Gyeongsangbuk-do ຜ່ານມາກົມການຈັດຫາງານໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈ້າງແຮງງານຕາມລະດູການໃນຮູບແບບແລກປ່ຽນ ຮ່ວມກັບບັນດາເມືອງພາຍໃນແຂວງ ແລ້ວ ຈໍານວນ 4 ເມືອງ ຄື: Yeongdeok-gun, Andong-si, YEONGJU-SI ແລະ Gimcheon-si. ເຊິ່ງພາຍຫຼັງທີ່ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ 4 ເມືອງທີ່ໄດ້, ກົມການຈັດຫາງານ ຮ່ວມກັບພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ປະກາດຮັບສະໝັກ ແລະ ຄັດເລືອກເອົາແຮງງານໄປເຮັດຕາມລະດູການຕາມຈຳນວນ ແລະ ເງື່ອນໄຂ ຂອງບັນດາເມືອງທີ່ໄດ້ແຈ້ງໃນແຕ່ລະຄັ້ງ ໂດຍໄດ້ຈັດສົ່ງແຮງງານໄປເຮັດວຽກຢູ່ແຂວງ .

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງ ຮສສ ຍັງໄດ້ມີຂໍ້ສະເໜີ ຕໍ່ຝ່າຍເກົາຫຼີ ເປັນຕົ້ນແມ່ນ ໃຫ້ຊ່ວຍຕິດຕາມການນໍາໃຊ້ແຮງງານຂອງນາຍຈ້າງ ເພື່ອຮັບປະກັນໃຫ້ນາຍຈ້າງປະຕິບັດນະໂຍບາຍຕໍ່ແຮງງານຕາມກົດໝາຍ ແລະ ລະບຽບການຂອງ ສ.ເກົາຫຼີ ທີ່ໄດ້ກຳນົດ ຊຶ່ງອາດເປັນອີກໜຶ່ງກົນໄກໃນການປ້ອງກັນບໍ່ໃຫ້ແຮງງານໂຕນໜີ; ພິຈາລະນາ ເພີ່ມຈໍານວນໂກຕາ ຈ້າງແຮງງານລາວໃຫ້ຫຼາຍຂຶ້ນກວ່າເກົ່າ ສໍາລັບເມືອງທີ່ໄດ້ສະເໜີຈ້າງແຮງງານຈຳນວນໜ້ອຍ ຊຶ່ງມີຄວາມຫຍຸ້ງຍາກໃນການຄັດເລືອກ ແລະ ຈັດສົ່ງ; ພິຈາລະນາ ຄັດເລືອກນາຍຈ້າງ ທີ່ມີເງື່ອນໄຂເໝາະສົມ ເພື່ອໃຫ້ແຮງງານລາວສາມາດເຮັດວຽກໄດ້ສະດວກ ແລະ ໄດ້ຮັບການປົກປ້ອງທີ່ດີ; ສະເໜີໃຫ້ບັນດາເມືອງທີ່ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ ພິຈາລະນາແບ່ງປັນໂກຕາຈ້າງແຮງງານລາວ ຊຶ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເອົາໃຈໃສ່ຄັດເລືອກເອົາແຮງງານທີ່ໄດ້ຄຸນນະພາບໃຫ້ຫຼາຍຂຶ້ນ ແລະ ພ້ອມທັງກຳນົດມາດຕະການໃນການປ້ອງກັນການໂຕນໜີໃຫ້ຮັດກຸມຫຼາຍຂຶ້ນຕື່ມອີກ.

(ຂ່າວສານຮສສ)