ໂຈເຊລູ ຍິງທ້າຍເກມພາ ສະເປນ ບຽດຊະນະ ອີຕາລີ 2-1 ເຂົ້າຊີງ ເນຊັນ ລີກ ພົບກັບ ໂຄເອເຊຍ

ການແຂ່ງຂັນບານເຕະຊີງແຊ້ມເອີຣົບ ລາຍການ ຢູຟາ ເນຊັນ ລີກ ໄດ້ຄູ່ຊີງຮຽບຮ້່ອຍ ຫລັງຈາກທີ່ ສະເປນ ເອົາຊະນະ ອີຕາລີ 2-1 ໃນຊ່ວງທ້າຍເກມຂອງຮອບຮອງຊະນະເລີດ ໃນວັນທີ 15 ມິຖຸນາ ທີ່ຜ່ານມາ.
ການແຂ່ງຂັນຮອບຮອງຊະນະເລີດ ທີ່ De Grolsch ປະເທດ ເນເທີແລນ ສະເປນ ໄດ້ປະຕູຂຶ້ນນໍາກ່ອນຕັ້ງແຕ່ 3 ນາທີ ຫລັງຈາກຈັງຫວະຫລຸດໄປຍິງຂອງ ເຈລະມມມີ ປີໂນ 1-0 ກ່ອນທີ່ ນາທີ 11 ອິຕາລີ ຈະຕີສະເໝີໄດ້ຈາກຈຸດໂທດ ໂຣບິນເລີ ສົ່ງບານໃຫ້ ຊິໂຣ ອິມໂມບິເລ ຍິງເຂົ້າໄປ 1-1
ເຄິ່ງເວລາທີ 2 ເກມແລກກັນຢ່າງດຸເດືອດ, ແຕ່ສຸດທ້າຍນາທີ 88 ສະເປນ ມາໄດ້ປະຕູໄຊ ຫລັງຈາກ ໂຣດຣີ ຍິງຖືກສະກັດ ແຕ່ບານໄປເຂົ້າທາງ ໂຈເຊລູ ຍິງຊ້ຳບໍ່ເຫລືອ 2-1 ຊ້າຍ ແລະ ກໍ່ເປັນປະຕູໄຊພາກະທິງດຸສະເປນ ໄດ້ເຂົ້າສູ່ຮອບຊີງຊະນະເລີດ ເນຊັນ ລີກ ເປັນທີ່ຮຽບຮ້ອຍ.

