ເກີດຝົນຕົກໜັກ-ພາຍຸຖະຫລົ່ມ ປາກິດສະຖານ ເສຍຊີວິດຫລາຍກວ່າ 20 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ປາກິດສະຖານ ໃນວັນທີ 11 ມິຖຸນາ 2023 ຜ່ານມາວ່າ: ເຈົ້າໜ້າທີ່ ປາກິດສະຖານແຈ້ງມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ຈາກຝົນຕົກໜັກ ແລະ ກະແສລົມແຮງທີ່ເກີດຂຶ້ນທາງຕາເວັນຕົກສຽງເໜືອ ຂອງປະເທດ. ໂຄສົກ ສຳນັກງານຈັດການໄພພິບັດ ແຄວ້ນໄຄເບີ ປັກຕຸນຄວາ ລາຍງານວ່າ: ພາຍຸໄດ້ພັດເຂົ້າ 4 ເຂດ, ເຮັດໃຫ້ຫລັງຄາ ແລະ ກຳແພງ ເຮືອນຊານພັງຖະຫລົ່ມ. ນອກນີ້ ຍັງມີຜູ້ບາດເຈັບ ຫລາຍກວ່າ 140 ຄົນ ແລະ ສັດລ້ຽງຕາຍ ຫລາຍກວ່າ 200 ໂຕ. ໃນຂະນະດຽວກັນ, ທາງການປາກິດສະຖານໄດ້ປະກາດສະຖານະການສຸກເສີນລວມມີ 4 ເຂດ.